ອີຢູເປີດກວ້າງການລົງໂທດຕໍ່ສປປ.ເກົາຫຼີ

(VOVWORLD) -ວັນທີ 10 ຕຸລາ, ສະຫະພາບເອີລົບ (ອີຢູ) ໄດ້ເປີດກວ້າງບັນດາມາດຕະການລົງໂທດສປປ.ເກົາຫຼີ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງພຽງຢາງ

ອີຢູເປີດກວ້າງການລົງໂທດຕໍ່ສປປ.ເກົາຫຼີ - ảnh 1 ສປປ.ເກົາຫຼີຍິງລູກສອນໄພ

(ພາບປະກອບ: Reuters)

ຕາມນັ້ນແລ້ວ, ຫ້າມນຳເຂົ້າບັນດາສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບຈາກສປປ.ເກົາຫຼີ ແລະ ຈຳກັດການຂາຍນ້ຳມັນດິບໃຫ້ປະເທດນີ້. ອີຢູ່ ໄດ້ຮັບຮອງເອົາບັນດາຄຳສັ່ງລົງໂທດໃໝ່ ເຊິ່ງສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດວາງເມື່ອເດືອນກັນຍາ ແນໃສ່ລົງໂທດພຽງຢາງ ຍ້ອນດຳເນີນການທົດລອງນິວເຄຼຍຄັ້ງທີ 6 ແລະ ໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ. ອີຢູ ອອກຖະແຫຼງການໂດຍຊີ້ແຈ້ງວ່າ, ນອກຈາກບັນດາມາດຕະການລົງໂທດດັ່ງກ່າວ, ບັນດາປະເທດສະມາຊິກອີຢູ ຈະບໍ່ສະໜອງໃບອະນຸຍາດແຮງງານໃໝ່ໃຫ້ພົນລະເມືອງສປປ.ເກົາຫຼີ ເຂົ້າເມືອງ ແລະ ເຮັດວຽກຢູ່ມໃນດິນແດນຂອງເຂົາເຈົ້າ ຍ້ອນບັນດາເປົ້າໝາຍນັ້ນຖືກສົງໄສວ່າໄດ້ຫາເງິນເພື່ອໜູນຊ່ວຍໂຄງການລູກສອນໄຟນຳວິຖີ ແລະ ນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ