(VOVWORLD) - ເມື່ອບໍ່ດົນມານີ້, ສາມປະເທດ ອັງກິດ, ຝລັ່ງ, ເຢຍລະມັນ (E3) ໄດ້ສົ່ງສານເຖິງ ສປຊ ສະແດງທັດສະນະຮ່ວມກ່ຽວກັບບັນຫາທະເລຕາເວັນອອກ.
ການກະທຳຂອງ ຈີນ ຢູ່ ທະເລຕາເວັນອອກ (ພາບ: Reuters/TTXVN) |
ຕາມບັນດາຜູ້ຊ່ຽວຊານ ສາທາລະນະລັດ ເຊັກໂກ ແລ້ວ, ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ອີຢູ ນັບມື້ນັບມີຄວາມສົນໃຈ ແລະ ຊຸກຍູ້ແກ້ໄຂບັນຫາຢູ່ທະເລຕາເວັນອອກໂດຍສັນຕິວິທີ ຜ່ານກົດໝາຍສາກົນ ແນໃສ່ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອຢູ່ທະເລ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.
ທ່ານ ປອ Takashi Hosoda, ນັກຊ່ຽວຊານຄົ້ນຄວ້າຄວາມໝັ້ນຄົງ ອາຊີ - ປາຊີຟິກ ສັງກັດມະຫາວິທະຍາໄລສັງລວມ Charles ຖືວ່າ ຈີນ ບໍ່ມີພື້ນຖານດ້ານນິຕິທຳ ເພື່ອຮຽກທວງອະທິປະໄຕສຳລັບບໍລິເວນທັງໝົດຢູ່ທະເລຕາເວັນອອກ ຕາມຄວາມຮຽກທວງ “ເສັ້ນ 9 ຕອນ” ເພາະໃນປີ 2016, ສານກຳມະການປະຈຳການ ສປຊ (PCA) ໄດ້ອອກຄຳຕັດສິນກ່ຽວກັບກໍລະນີ ຮ້ອງຟ້ອງຈີນ ຂອງ ຟີລິບປິນ, ໃນນັ້ນໄດ້ຢັ້ງຢືນ ການຖະແຫຼງປະກາດອະທິປະໄຕຂອງຈີນ ສຳລັບ ທະເລຕາເວັນອອກ ແມ່ນຜິດກົດໝາຍສາກົນ.
ທ່ານ Takashi Hosoda ສະໜັບສະໜູນ ເລື່ອງ E3 ເມື່ອບໍ່ດົນມານີ້ໄດ້ສົ່ງສານສະແດງທັດສະນະຮ່ວມກ່ຽວກັບບັນຫາທະເລຕາເວັນອອກທີ່ສອດຄ່ອງກັບກົດໝາຍສາກົນ. ຕາມທ່ານແລ້ວ, ຍ້ອນເຢຍລະມັນ ແລະ ຝລັ່ງ ແມ່ນສອງປະເທດມີບົດບາດສຳຄັນໃນການສ້າງນະໂຍບາຍຮ່ວມຂອງ ອີຢູ ໃຫ້ເປັນຮູບປະທຳ, ດັ່ງນັ້ນບັນດາການກະທຳດັ່ງກ່າວຂອງກຸ່ມ E3 ແມ່ນສັນຍານທີ່ບົ່ງບອກໃຫ້ເຫັນວ່າ ອີຢູ ນັບມື້ນັບມີຄວາມສົນໃຈ ແລະ ຊຸກຍູ້ການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ຮັບປະກັນຄວາມໝັ້ນຄົງ, ປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ.