ອີຢູ ຍັງບໍ່ທັນເຫັນດີເປັນເອກະພາບກ່ຽວກັບທັດສະນະກັບ ລັດເຊຍ ກ່ອນການຈັດ ກອງປະຊຸມສຸດຍອດ
(VOVWORLD) -ອີຕາລີ ແລະ ຮຸງກາຣີ ສະເໜີໃຫ້ ສະຫະພາບເອີຣົບ (ອີຢູ) ເປີດເຜີຍການຮຽກຮ້ອງໃຫ້ຢຸດຍິງຢູ່ ຢູແກຼນ ແລະ ດຳເນີນການເຈລະຈາສັນຕິພາບ ກັບ ລັດເຊຍ, ໃນຂະນະທີ່ມີຫຼາຍປະເທດສະມາຊິກອື່ນຍັງຮັກສາທັດສະນະທີ່ແຂງກະດ້າງກັບ ມົດສະກູ ກ່ອນການຈັດກອງປະຊຸມສຸດຍອດ ອີຢູ ໃນວັນທີ 30 – 31 ພຶດສະພາ ຈະມາເຖິງ.
ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (ພາບ: THX/TTXVN) |
ໃນກອງປະຊຸມບັນດາເອກອັກຄະລັດຖະທູດຄັ້ງຜ່ານມາ, ເອກອັກຄະລັດຖະທູດ ຂອງ ອີຕາລີ ໄດ້ສະເໜີໃຫ້ປ່ຽນແປງເນື້ອໃນຮ່າງຖະແຫຼງການຮ່ວມ ພາຍຫຼັງກອງປະຊຸມສຸດຍອດ, ໃນນັ້ນສະເໜີໃຫ້ເວົ້າເຖິງການເຈລະຈາສັນຕິພາບ ແລະ ຖືການຢຸດຍິງແມ່ນໜຶ່ງໃນບັນດາເປົ້າໝາຍແຖວໜ້າຂອງ ອີຢູ. ຂໍ້ສະເໜີດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ ຮຸງກາຣີ ແລະ ສາທາລະນະລັດ ໄຊປັຼດ - ເຊິ່ງເປັນ 2 ປະເທດທີ່ບໍ່ເຫັນດີກັບການລົງໂທດໃໝ່ຂອງ ອີຢູ ທີ່ເລັ່ງໃສ່ ລັດເຊຍ.
ໃນຂະນະນັ້ນ, ໃນບົດກ່າວຄຳເຫັນທີ່ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດສະວິດ, ທ່ານປະທານຄະນະກຳມະການເອີຣົບ (EC), ທ່ານນາງ Ursula von der Leyen ໄດ້ສະແດງທັດສະນະແຂງກະດ້າງກັບ ລັດເຊຍ ແລະ ບໍ່ໄດ້ເຕື້ອງເຖິງການເຈລະຈາສັນຕິພາບ.