(VOVWORLD) -ບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫຼຸດອາຍແກັດລົງ 15% ແລະ ຫຼຸດຜ່ອນການອີງໃສ່ແຫຼ່ງສະໜອງນ້ຳມັນອາຍແກັດຂອງ ລັດເຊຍ.
(ພາບປະກອບ: AFP/TTXVN)
|
ວັນທີ 26 ກໍລະກົດ, ບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫຼຸດອາຍແກັດລົງ 15% ແລະ ຫຼຸດຜ່ອນການອີງໃສ່ແຫຼ່ງສະໜອງນ້ຳມັນອາຍແກັດຂອງ ລັດເຊຍ.
ກ່ອນໜ້ານັ້ນ, ບັນດາປະເທດສະມາຊິກໄດ້ປະຕິເສດຂໍ້ສະເໜີຂອງຄະນະກຳມະການເອີລົບ (EC) ກ່ຽວກັບເລື່ອງ ມອບສິດໃຫ້ແກ່ ອີຢູ ຈັດວາງຫຼຸດປະລິມານອາຍແກັດລົງໃນກໍລະນີຮີບດ່ວນ. ພ້ອມກັນນັ້ນ, ເປົ້າໝາຍຫຼຸດປະລິມານອາຍແກັດລົງ 15% ກໍ່ຈະໄດ້ດັດປັບໃຫ້ສອດຄ່ອງກັບສະພາບການຂອງແຕ່ລະປະເທດ, ມີການຄິດໄລ່ເຖິງລະດັບສະສົມອາຍແກັດຢູ່ແຕ່ລະປະເທດ.