ອີຢູ ຮຽກຮ້ອງເຊື່ອມຕໍ່ການເຈລະຈາສັນຕິພາບ ລະຫວ່່າງອິດສະຣາແອັນ - ປາແລັດສະຕີີນ ຄືນໃໝ່

(VOVWORLD) - ວັນທີ 15 ເມສາ, ສະຫະພາບເອີຣົບ (ອີຢູ) ໄດ້ຮຽກຮ້ອງເຊື່ອມຕໍ່່ການເຈລະຈາສັນຕິພາບລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕີນ ຄືນໃໝ່່.

       ໃນບົດແຈ້ງຂ່າວສະບັບໜຶ່່ງ ອີຢູ ໃຫ້ຮູ້ວ່າ ຈະເຮັດວຽກກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອຊຸກຍູ້ຄວາມຄືບໜ້າມຸ່ງໄປສູ່ການສ້າງສັນຕິພາບໃນທັນທີ ແລະ ສືບຕໍ່ດໍາເນີນການເຈລະຈາບົນພື້ນຖານມາດຕະການຂອງສອງປະເທດ”.

        ອີຢູ ໄດ້ຍົກອອກຄໍາຮຽກຮ້ອງດັ່ງກ່າວ ພາຍຫຼັງ ອິດສະຣາແອັນ ຈັດຕັ້ງການປ່ອນບັດເລືອກຕັ້ງສະພາແຫ່ງຊາດສໍາເລັດໃນອາທິດກ່່ອນ. ຜົນອອກມາແມ່ນ,  ພັກ Likud ຂອງນາຍົກລັດຖະມົນຕີ Benjamin Netanyahu ຍາດໄດ້ 36 ບ່ອນນັ່ງ ເຊິ່ງມີີຄະແນນສູງສຸດໃນການປ່ອນບັດເລືອກຕັ້ງ. ໃນບັ້ນຫາສຽງເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ເຕື້ອງເຖິງເລື່ອງ ໂຮມບັນດາເຂດຕັ້ງຖິ່ນຖານຂອງ ຊາວຢິວ ຢູ່ຝັ່ງຕາເວັນຕົກເຂົ້າກັນ, ບາດກ້າວເດີນດັ່ງກ່າວ ອາດຈະເຮັດໃຫ້ແງ່ຫວັງຂອງມາດຕະການຂອງສອງລັດ ໃນການແກ້ໄຂການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕີີນ ຖືກປະລາໄຊ. ການເຈລະຈາສັນຕິພາບລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕີີນ ທີ່ບໍ່່ບັນລຸໄດ້ແງ່ຫວັງໃນປີຜ່ານມາ ຍ້ອນຄວາມແຕກໂຕນກັນກ່ຽວກັບທັດສະນະ, ນະໂຍບາຍ ຂອງບັນດາຝ່າຍກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ