ອີຢູ ຮຽກຮ້ອງ ອັງກິດ ເຮັດແຈ້ງທັດສະນະໃນບັນດາບັນຫາຫຼັກແຫຼ່ງ

(VOVWORLD) - ວັນທີ 20 ກໍລະກົດ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາກ່ຽວກັບ Brexit ຂອງສະຫະພາບ ເອີຣົບ (ອີຢູ) ຮຽກຮ້ອງ ອັງກິດ ເຮັດແຈ້ງທັດສະນະຂອງຕົນກ່ຽວກັບບັນດາບັນຫາຫຼັກແຫຼ່ງຄື 
ອີຢູ ຮຽກຮ້ອງ ອັງກິດ ເຮັດແຈ້ງທັດສະນະໃນບັນດາບັນຫາຫຼັກແຫຼ່ງ - ảnh 1ທ່ານ David Davis ລັດຖະມົນຕີ Brexit ຂອງ ອັງກິດ ແລະ ທ່ານ Michel Barnier ຫົວໜ້າຄະນະເຈລະຈາກ່ຽວກັບ Brexit ຂອງສະຫະພາບ ເອີຣົບ (ພາບ: EPA/TTXVN )

ຈຳນວນເງິນຕ້ອງຈ່າຍເມື່ອ ອັງກິດ ຖອນອອກຈາກ “ຊາຍຄາລວມ”, ບັນດາສິດຜົນປະໂຫຍດຂອງພົນລະເມືອງ ອີຢູ ຢູ່ ອັງກິດ ພາຍຫລັງ Brexit ແລະ ບັນຫາຊາຍແດນກັບ ສ.ໄອແລນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງສິນສຸດຮອບເຈລະຈາທີ່ 2 ຢູ່ ບຣຸກແຊນ ປະເທດ ແບນຊິກ, ທ່ານ Barnier ໃຫ້ຮູ້ວ່າ: “ອາທິດນີ້ ແມ່ນຈຸດເວລາເພື່ອສະເໜີ, ແລະ ຮອບເຈລະຈາທີ 3 ຈະແມ່ນຈຸດເວລາເພື່ອເຮັດແຈ້ງ”. ຕາມທ່ານ Barnier ແລ້ວ, ປະຈຸບັນ ຍັງຄົງຄ້າງ “ຄວາມແຕກຕ່າງກັນໂດຍພື້ນຖານ” ກັບ ອັງກິດ ກ່ຽວກັບເລື່ອງ ພາຍຫລັງ ອັງກິດ ຖອນອອກຈາກ ອີຢູ, ສານສູງສຸດຂອງ ອີຢູ ສາມາດຮັກສາອຳນາດຕັດສິນສຳລັບພົນລະເມືອງ ອີຢູ 3 ລ້ານຄົນ ທີ່ພວມດຳລົງຊີວິດຢູ່ ອັງກິດ ໄດ້ ຫຼື ບໍ?.

        ສ່ວນທ່ານ David Davis ລັດຖະມົນຕີ Brexit ຂອງ ອັງກິດ ໃຫ້ຮູ້ວ່າ: ການເຈລະຈາຜ່ານມາ “ ມີລັກສະນະສ້າງສັນ ແລະ ແທດຈິງທີ່ສຸດ” ແຕ່ “ຍັງມີຫລາຍສິ່ງບໍ່ທັນໄດ້ຮັບການເຕື້ອງເຖິງເທື່ອ”. ຕາມທ່ານ David Davis ແລ້ວ, ຄວນມີມາດຕະການແກ້ໄຂທີ່ສົມເຫດສົມຜົນຈາກ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ