ອີຢູ ແລະ ສະຫະປະຊາຊາດເລີ່ມເຄື່ອນໄຫວໂຄງການຕ້ານກໍ່ການຮ້າຍຢູ່ປາກິດສະຖານ
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 25/04, ສະຫະພາບເອີລົບ (ອີຢູ) ແລະ ຫ້ອງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳຂອງຫະປະຊາຊາດ (UNODC) ໄດ້ເລີ່ມປະຕິບັດໂຄງການກະທຳຕ້ານລັດທິກໍ່ການຮ້າຍຢູ່ປາກິດສະຖານ (PACT) ດ້ວຍເປົ້າໝາຍແມ່ນເພີ່ມທະວີລະບົບສານຄະດີອາຍາຢູ່ປາກິດສະຖານ ເພື່ອແນໃສ່ຕ້ານລັດທິກໍ່ການຮ້າຍ. ໂຄງການໜູນຊ່ວຍດ້ານເຕັກນິກດັ່ງກ່າວຈະແກ່ຍາວເປັນເວລາ 3 ປີ, ເພື່ອແນໃສ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານປາກິດສະຖານ ເພື່ອຕ້ານຄືນບັນດາໄພນາບຂູ່ຂອງລັດທິກໍ່ການຮ້າຍ. ອີຢູ ຈະໜູນຊ່ວຍຈຳນວນເງິນ 7 ລ້ານເອີໂລ ໃຫ້ໂຄງການນີ້. ລະອຽດແມ່ນ, PACT ຈະຊ່ວຍປັບປຸງລະດັບຄວາມຄືບໜ້າໃນການສືບສວນ ແລະ ຊຸກຍູການນຳໃຊ້ ຫຼັກຖານນິຕິເວດໃນບັນດາບ້າດກ້າວສືບສວນລັດທິກໍ່ການຮ້າຍ.