ທ່ານ Saeed Jalili ຫົວຫນ້າຄະນະເຈລະຈາບັນຫານິວເຄຼຍຂອງ ອີຣານ
ແລະ ທ່ານນາງ Catherine Ashton ຜູ້ຕາງຫນ້າຂັ້ນສູງຂອງ ອີຢູ
ພາບ: internet
|
(vovworld) - ອີຣານ ແລະ ສະຫະພາບເອີລົບ (ຫລື EU) ໄດ້ເຫັນດີຈັດຕັ້ງ ການເຈລະຈາບັນຫານິວເຄຼຍ ຮອບໃຫມ່ ໃນອະນາຄົດໃກ້ໆນີ້. ທ່ານ Saeed Jalili ຫົວຫນ້າຄະນະເຈລະຈາບັນຫານິວເຄຼຍຂອງ ອີຣານ ໄດ້ເຜີຍຂ່າວດັ່ງກ່າວທີ່ການປະຊຸມຂ່າວໃນວັນທີ 19/9 ຢູ່ ນະຄອນ Istanbul ປະເທດຕວກກີ ພາຍຫລັງການເຈລະຈາກັບທ່ານນາງ Catherine Ashton ຜູ້ຕາງຫນ້າຂັ້ນສູງຂອງ ອີຢູ ຮັບຜິດຊອບນະໂຍບາຍການຕ່າງປະເທດ. ຕາມທ່ານ Jalili ແລ້ວ, ຈຸດເວລາດຳເນີນບັນດາການເຈລະຈາຄັ້ງຈະມາເຖິງ ຈະໄດ້ຮັບການຕັດສິນເມື່ອທ່ານນາງ Ashton ພົບປະກັບທ່ານເພື່ອແຈ້ງຂໍ້ຕົກລົງດັ່ງກ່າວກັບກຸ່ມ P5 + 1 ທີ່ເຂົ້າຮ່ວມການເຈລະຈາກ່ຽວກັບບັນຫານິວເຄຼຍຂອງ ອີຣານ ຊື່ງລວມມີ: 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ນັ້ນແມ່ນ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ ແລະ ຈີນ ພ້ອມກັບເຢຍລະມັນ.