ອີຣັກດຳເນີນການເລືອກ ຕັ້ງສະພາແຫ່ງຊາດ


ອີຣັກດຳເນີນການເລືອກ ຕັ້ງສະພາແຫ່ງຊາດ - ảnh 1

​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງຢູ່​ອີຣັກ

(ພາບ: AFP)

 (vovworld)- ວັນ​ທີ 30/4, ອີຣັກ ​ໄດ້​ດຳ​ເນີນການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດຄັ້ງທຳ​ອິດ ນັບ​ແຕ່​ທະຫານ​ອາ​ເມ​ລິ​ກາ ຖອນ​ອອກ​ຈາກ​ປະ​ເທດ​ນີ້​ເມື່ອ​ທ້າຍ​ປີ 2011. ຜູ້​ມີ​ສິດ​ເລືອກ​ຕັ້ງກ່ວາ 21 ລ້ານ​ຄົນ​ໄດ້​ເລີ່​ມ​ໄປ​ບັນດາ​ສະຖານ​ທີ່​ປ່ອນ​ບັດ​ໃນ​ທົ່ວ​ປະ​ເທດ​ອີຣັກ ​ເພື່ອ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ 328 ທ່ານໃນ​ຈຳນວນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງທັງໝົດ 9000 ຄົນ. ນະຄອນຫຼວງ​ແບກ​ແດດ ​ແລະ ບັນດາ​ນະຄອນ​ໃຫ່ຍ​ເຕັມ​ໄປ​ດ້ວຍ​ປ້າຍ​ໂຄສະນາ​ໃຫ່ຍກ່ຽວ​ກັບ​ການ​ຫາ​ສຽງ​ເລືອກ​ຕັ້ງ. ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ​​ໄດ້​ຕັ້ງຄວາມ​ຫວັງ​ວ່າ: ສະພາ​ແຫ່ງ​ຊາດ​ໃໝ່ຈະ​​ປ່ຽນ​​ແປງສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ໃນ​ຫຼາຍ​ປີ​ມາ​ນີ້.

   ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດອີ​ຣັກ ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​ອີຣັກ ມີ​ການ​ຜັນ​ແປ​ທີ່ໜ້າ​ວິຕົກ​ກັງວົນ. ການ​ບຸກ​ໂຈມ​ຕີຄັ້ງຕ່າງໆ​ແນ່​ໃສ່​ບັນດາ​ສະຖານ​ທີ່​ເລືອກ​ຕັ້ງ ​ແລະ ບັ້ນ​ເລືອກ​ຕັ້ງ​ໃນ​ຊຸມ​ວັນ​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ເຫດການ​ການ​ເມືອງ​ສຳຄັນ​ຢູ່​ປະ​ເທດ​ນີ້​ຂາດ​ສະຖຽນ​ລະ​ພາບ. ກ່ອນ​ການ​ເລືອກ​ຕັ້ງ​ເປັນ​ເວລາ 2 ວັນ, ຢູ່​ທ້ອງ​ຖິ່ນ​ຕ່າ​ງໆ​, ໄດ້​ເກີດ​ບັນດາເຫດ​ວາງ​ລະ​ເບີດ​ຢ່າ​ງລຽນຕິດ ຊື່​ງ​ເຮັດ​ໃຫ້​ເກືອບ 80 ຄົນ​ເສຍ​ຊີວິດ ​ແລະ ນັບ​ສີ​ບຄົນ​ໄດ້​ຮັບ​ບາດ​ເຈັບ./.

ຂ່າວ/ບົດ​ອື່ນ