(vovworld) - ການໃຊ້ຄວາມຮຸນແຮງຢູ່ອີຣັກ ໃນມືສິ້ນສຸດງານບຸນ Ramadan ເມື່ອວັນທີ 16/8, ໄດ້ເຮັດໃຫ້ຢ່າງໜ້ອຍຊຸດມີ 29 ຄົນເສຍຊີວິດ ແລະ ກວ່າ 100 ຄົນຖືກບາດເຈັບ. ເຫດການວາງລະເບີດຢ່າງລຽນຕິດໄດ້ເກີດຂຶ້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດອີຣັກໂດຍບໍ່ຫົວຊາຕໍ່ຄວາມສະຫງົບຄວາມປອດໄພທີ່ຖືກຮັດແໜ້ນໃນງານບຸນ Eid al Fitr.
ແລະກໍໃນວັນດຽວກັນ, ຢູ່ນະຄອນຫຼວງ ແບກແດດ ໄດ້ເກີດເຫດວາງລະເບີດລົດໂອໂຕ ທີ່ເລັ່ງໃສ່ເຂດຊຸມຊົນຂອງຊາວມຸດສະລິມນິກາຍ Shiite ຢູ່ ຕາແສງ Husseiniyah ເຮັດໃຫ້ 16 ຄົນເສຍຊີວິດ ແລະ 32 ຄົນຖືກບາດເຈັບ. ໃນຂະນະນັ້ນ, ນະຄອນນ້ຳມັນ Kirkuk, ທີ່ຫ່າງຈາກແບກແດດໄປທາງທິດເໜືອ 250 ກມ, ໄດ້ເກີດເຫດວາງລະເບີດດ້ວຍລົດໂອໂຕ ແລະ ວາງລະເບີດສະຫຼະຊີບເຮັດໃຫ້ 8 ຄົນເສຍຊີວິດ, ສ່ວນຫຼາຍແມ່ນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ 31 ຄົນຖືກບາດເຈັບ. ທີ່ບັນດາເຂດອື່ນຄື ນະຄອນ Mosul ແລະ ນະຄອນ Diyala, ເມືອງເອກ Baquba, ທາງທິດເໜືອ ແລະ ທິດເວັນອອກສຽງເໜືອຂອງອີຣັກ, ກໍໄດ້ເກີດເຫດວາງລະເບີດຢູ່ຕາມຖະໜົນຫົນທາງຫຼາຍຄັ້ງ. ໃນຂະນະນັ້ນ, ບັນດາມືປືນໄດ້ບຸກໂຈມຕີບັນດາປ້ອມຕຳຫຼວດຄວາມປອດໄພຢູ່ນະຄອນ Fallujah, ທາງທິດຕາເວັນຕົກອີຣັກ.