ອີຣານຖະແຫຼງຈະຫຼຸດຜ່ອນຄຳໝັ້ນສັນຍາກັບ JCPOA ນັບແຕ່ເດືອນກໍລະກົດ

(VOVWORLD) -ນັບແຕ່ເດືອນ ກໍລະກົດ ຈະມາເຖິງ, ເຕເຮຣານ ຈະປະຕິບັດບັນດາບາດກ້າວໃໝ່ ເພື່ອແນໃສ່ຫຼຸດຜ່ອນບັນດາຄຳໝັ້ນສັນຍາຂອງປະເທດນີ້ກັບຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມກັບກຸ່ມ P5+1

ອີຣານຖະແຫຼງຈະຫຼຸດຜ່ອນຄຳໝັ້ນສັນຍາກັບ JCPOA ນັບແຕ່ເດືອນກໍລະກົດ - ảnh 1 ທ່ານເລຂາທິການໃຫຍ່ສະພາປ້ອງກັນຄວາມສະຫງົບສູງສຸດອີຣານ Ali Shamkhani

(ພາບ: AFP/TTXVN)

ວັນທີ 25 ມິຖຸນາ, ສຳນັກຂ່າວສານ Fars ໄດ້ຄັດຄຳເວົ້າຂອງທ່ານເລຂາທິການໃຫຍ່ສະພາປ້ອງກັນຄວາມສະຫງົບສູງສຸດອີຣານ Ali Shamkhani ໂດຍໃຫ້ຮູ້ວ່າ, ນັບແຕ່ເດືອນ ກໍລະກົດ ຈະມາເຖິງ, ເຕເຮຣານ ຈະປະຕິບັດບັນດາບາດກ້າວໃໝ່ ເພື່ອແນໃສ່ຫຼຸດຜ່ອນບັນດາຄຳໝັ້ນສັນຍາຂອງປະເທດນີ້ກັບຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມກັບກຸ່ມ P5+1 (ລວມມີ 5 ປະເທດສະມາຊິກປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ). ທ່ານ Ali Shamkhani ຕຳໜິຕິຕຽນບັນດາປະເທດເອີລົບ ທີ່ລົງນາມໃນຂໍ້ຕົກລົງນິວເຄຼຍທີ່ບໍ່ມີຄວາມມານະພະຍາຍາມຢ່າງພຽງພໍເພື່ອຊ່ວຍກູ້ຂໍ້ຕົກລົງ, ເຊິ່ງມີຊື່ເອີ້ນວ່າ ແຜນການກະທຳລວມຮອບດ້ານ (JCPOA), ຕາມນັ້ນແລ້ວແມ່ນຮຽກຮ້ອງໃຫ້ອີຣານ ຫຼຸດຜ່ອນໂຄງການນິວເຄຼຍຂອງຕົນເພື່ອແລກເອົາການຍົກເລີກບັນດາຄຳສັ່ງລົງໂທດ.

        ແລະກໍ່ໃນວັນດຽວກັນ, ລັດເຊຍ ໄດ້ກ່າວຫາອາເມລິກາ “ສ່ຽງຕາຍ” ເກີນໄປ ຕໍ່ບັນດາມາດຕະການລົງໂທດໃໝ່ແນໃສ່ຕ້ານອີຣານ, ຖືວ່າ ສິ່ງດັ່ງກ່າວບໍ່ພຽງແຕ່ຈະກໍ່ຄວາມຂາດສະຖຽນລະພາບຢູ່ຕາເວັນອອກກາງ ເທົ່ານັ້ນ, ຫາກຍັງເຮັດໃຫ້ທັງລະບົບຄວາມໝັ້ນຄົງສາກົນຖືກອ່ອນເພຍລົງອີກດ້ວຍ ແລະ ວໍຊິງຕັນ ພວມຊອກຫາວິທີລົງໂທດປະເທດໃດທີ່ “ບໍ່ເດີນຕາມ” ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ