ອີຣານປະໂອກາດເຈລະຈາຖ້າຫາກອາເມລິກາຍົກເລີກຄຳນາບຂູ່

(VOVWORLD) -ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ອີຣານ, ວັນທີ 08 ມິຖຸນາ, ໂຄສົກກະຊວງການຕ່າງປະເທດອີຣານ Bahram Qassemi ຖະແຫຼງວ່າ

ອີຣານປະໂອກາດເຈລະຈາຖ້າຫາກອາເມລິກາຍົກເລີກຄຳນາບຂູ່ - ảnh 1ໂຄສົກກະຊວງການຕ່າງປະເທດອີຣານ Bahram Qassemi

(ພາບ:  Financial Tribune/TTXVN)

ຄວາມສາມາດເຈລະຈາກັບອາເມລິກາ ຍາກທີ່ຈະດຳເນີນບໍ່ວ່າໃນຂົງເຂດໃດ ຖ້າຫາກວໍຊິງຕັນ ຍັງບໍ່ສະແດງໃຫ້ເຫັນຄວາມເຄົາລົບຕໍ່ລັດອີຣານ ກໍ່ຄືຍົກເລີກຄຳນາບຂູ່ ແລະ ການຂວ້ຳບາດ.

      ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານາທິບໍດີອີຣານ Massoumeh Ebtekar ໃຫ້ຮູ້ວ່າ, ເຕເຮຣານ ຈະ “ບໍ່ອາດລໍຖ້າໄດ້ດົນ” ກ່ຽວກັບເລື່ອງຢືນຢັນຂໍ້ຕົກລົງນິວເຄຼຍ ພາຍຫຼັງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ