(vovworld) - ວັນທີ 23/01, ທ່ານປະທານາທິບໍດີອີຣານ Hassan Rouhani ໃຫ້ຮູ້ວ່າ, ປະເທດນີ້ຈະຫັນການພົວພັນກັບສະຫະພາບເອີລົບ ເປັນປົກກະຕິ ພາຍຫຼັງບັນລຸໄດ້ຂໍ້ຕົກລົງດ້ານນິວເຄຼຍຊົ່ວຄາວ ເຊິ່ງໄດ້ເລີ່ມຜັນຂະຫຍາຍໃນອາທິດກ່ອນ. ຄຽງຂ້າງນັ້ນ, ອີຣານ ກໍ່ພວມນຳການພົວພັນກັບອາເມລິກາ ກ້າວຂຶ້ນສູ່ໄລຍະໃໝ່, ໃນນັ້ນ ທ່ານປະທານາທິບໍດີ Rouhani ຮຽກຮ້ອງໃຫ້ ອາເມລິກາ ຄວນມີບັນດາການເຄື່ອນໄຫວຢ່າງລະອຽດ ເພື່ອຊຸກຍູ້ວິວັດທະນາການເຊື່ອມໂຍງ ທີ່ມີລັກສະນະສ້າງສາຂອງປະເທດສາທາລະນະລັດອິດສະລາມນີ້ ກັບໂລກ.
ກ່າວຄຳເຫັນທີ່ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດສະວິດ, ທ່ານປະທານາທິບໍດີ Rouhani ໃຫ້ຮູ້ວ່າ, ທັດສະນະລວມຍັງແມ່ກຸນແຈໃຫ້ອາຍຸການຂອງທ່ານ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະຕິດຕາມນະໂຍບາຍການຕ່າງປະເທດ “ຢ່າງລະມັດລະວັງ ແລະ ສະຫງ່ຽມຄ່ຽມຄົມ” ເພື່ອແນໃສ່ຟື້ນຟູພື້ນຖານເສດຖະກິດຂອງອີຣານ. ທ່ານ Rouhani ກໍ່ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານເສດຖະກິດກັບບັນດາປະເທດໃນໂລກ ເມື່ອຄຳສັ່ງລົງໂທດຂອງອາເມລິກາ ແລະ ຝ່າຍຕາເວັນຕົກ ຖືກໂຍະຍານຕາມຂໍ້ຕົກລົງນິວເຄຼຍຊົ່ວຄາວ ເຊິ່ງບັນດາຝ່າຍບັນລຸໄດ້ເມື່ອເດືອນ 11 ປີ 2013, ໃນນັ້ນມີເລື່ອງຍົບເລີກການປິດລ້ອມຊັບສົມບັດລວມມູນຄ່າ 4,2 ຕື້ USD ຂອງອີຣານ ຢູ່ຕ່າງປະເທດ.