ອີຣານຮຽກຮ້ອງສ້າງຕັ້ງກົນໄກຕິດຕາມກວດກາຂໍ້ຕົກລົງຢຸດຍິງຢູ່ຊີຣີ
ໂຄສົກກະຊວງການຕ່າງປະເທດອີຣານທ່ານ Bahram Ghasemi
(ພາບປະກອບ: EPA/TTXVN)
(vovworld) - ວັນທີ 11/09, ອີຣານ ໄດ້ຊົມເຊີຍຂໍ້ຕົກລົງຢຸດຍິງຢູ່ຊີຣີ ໂດຍອາເມລິກາ ແລະ ລັດເຊຍ ເປັນຄົນກາງ, ພ້ອມທັງເນັ້ນໜັກວ່າ ຈຳເປັນຕ້ອງມີກົນໄກຕິດຕາມກວດກາຢ່າງຮອບດ້ານ ເພື່ອແນໃສ່ສະກັດກັ້ນບັນດາກຸ່ມກໍ່ການຮ້າຍ ທີ່ສວຍໃຊ້ຂໍ້ຕົກລົງດັ່ງກ່າວ. ໃນຖະແຫຼງການໜຶ່ງ, ໂຄສົກກະຊວງການຕ່າງປະເທດອີຣານ ທ່ານ Bahram Ghasemi ຊີ້ແຈ້ງວ່າ, ອີຣານ ຮຽກຮ້ອງໃຫ້ທຸກຝ່າຍຕ້ອງເຄົາລົບຂໍ້ຕົກລົງຢຸດຍິງຢ່າງໝັ້ນຄົງ ແລະ ຊຸກຍູ້ລະບົບຕິດຕາມກວດກາຢ່າງຮອບດ້ານເພື່ອແນໃສ່ສະກັດກັ້ນບັນດາພາກສ່ວນກໍ່ການຮ້າຍທີ່ສວຍໃຊ້ເພື່ອຂົນສົ່ງອາວຸດ ແລະ ກຳລັງ.
ກ່ອນໜ້ານັ້ນ, ວັນທີ 09/09, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໄດ້ແຈ້ງວ່າ, ອາເມລິກາ ແລະ ລັດເຊຍ ບັນລຸໄດ້ຂໍ້ຕົກລົງດ້ວຍຄວາມຫວັງຫຼຸດຜ່ອນການໃຊ້ຄວາມຮຸນແຮງ ແລະ ນຳມາເຊິ່ງສັນຕິພາບໃຫ້ແກ່ຊີຣີ. ວັນທີ 10/09, ອຳນາດການປົກຄອງຊີຣີ ກໍເຫັນດີກັບຂໍຕົກລົງຢຸດຍິງ ໂດຍອາເມລິກາ ແລະ ລັດເຊຍ ເປັນຄົນກາງໄກ່ເກ່ຍ, ຄາດວ່າມີຜົນສັກສິດນັບແຕ່ວັນທີ 12/09.