ອີຣານເຊີນນັກສັງເກດການIAEAມາຢ້ຽມຢາມໂຮງງານນິວເຄຼຍArak

ອີຣານເຊີນນັກສັງເກດການIAEAມາຢ້ຽມຢາມໂຮງງານນິວເຄຼຍArak - ảnh 1
ໂຮງງານນິວເຄຼຍArak
(ພາບ: trend.az)


(vovworld) – ວັນ​ທີ 28/11, ຜູ້ອຳ​ນວຍ​ການ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) Yuyika Amano ​ໃຫ້ຮູ້​ວ່າ ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເດືອນ 8/2011, ອີຣານ ​ໄດ້​ເຊື້ອ​ເຊີນ​ບັນດາ​ນັກ​ສັງ​ເກດ​ການ IAEA ມາ​ຢ້ຽມຢາມ​ໂຮງງານ​ນິວ​ເຄຼຍ Arak ຂອງ​ປະ​ເທດ​ນີ້​ໃນ​ວັນ​ທີ 8/12 ຈະ​ມາ​ເຖິງ. ທ້າຍ​ອາທິດ​ກ່ອນ, ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ ​ເຢຍລະ​ມັນ ​ແລະ 5 ປະ​ເທດກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ແມ່ນ ອັງກິ​ດ, ອາ​ເມ​ລິ​ກາ, ຝຣັ່ງ, ລັດ​ເຊຍ, ຈີນ) ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ໂຄງການ​​ນິວ​ເຄຼຍ​ເພື່ອ​​ແທນ​ທີ່​ເລື່ອງ​ຫລຸດຜ່ອນ​ບັນດາ​ມາດ​ຕະການ​ລົງ​ໂທດ ອີຣານ. ຕາມ​ນັ້ນ​ແລ້ວ, ທຸກໆ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ ອີຣານ ຈະ​ໄດ້​ຮັບ​ການ​ຕິດ​ຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນຂອງ IAEA ​ແລະ ​ໃນ​ຮອບ​ເວລາ 6 ​ເດືອນ​ຈະ​ມາ​ເຖິງ, ຝ່າຍ​ຕ່າງໆ​ຈະ​ຕັ້ງໜ້າ​ເຈລະຈາ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ອີຣານ ຈະ​ຢຸດ​ຕິ​ການ​ກໍ່ສ້າງ​ເຕົາ​ປະຕິ​ກອນ​ຢູ່ Arak, ພ້ອມ​ທັງ​ເຫັນ​ດີ​​ດຳ​ເນີນ​ບັນດາ​ມາດ​ຕະການ​ກວດກາ​ເພີ່ມ​ເຕີມ​ຂອງ IAEA.


ຂ່າວ/ບົດ​ອື່ນ