ອີ​ຣານ​ເນັ້ນ​ໜັກ​ບໍ່​ຊອກຫາ​ຂ​ໍ້​ຕົກ​ລົງຊົ່ວ​ຄາວ ໃນ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ

(VOVWORLD) -ໂດຍຕອບສຳພາດຕໍ່ນັກຂ່າວຂອງຊ່ອງໂທລະພາບແຫ່ງລັດ IRIB, ທ່ານ Abdollahian ຊີ້ແຈ້ງວ່າ ອີຣານ ຍັງບໍ່ເຫັນຂໍ້ລິເລີ່ມທີ່ຈິງຈັງ ຫຼື ເປັນໜ້າສົນໃຈໃດໆຈາກຝ່າຍ ອາເມລິກາ.
ອີ​ຣານ​ເນັ້ນ​ໜັກ​ບໍ່​ຊອກຫາ​ຂ​ໍ້​ຕົກ​ລົງຊົ່ວ​ຄາວ ໃນ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian (ພາບ: TTXVN)

ວັນທີ 6 ກຸມພາ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian ໃຫ້ຮູ້ວ່າ ອາເມລິກາ ບໍ່ມີການກະທຳໃດຄືເງື່ອນໄຂຕັດສິນຊີ້ຂາດ ໃນການເຈລະຈາຢູ່ ວຽນນາ (ປະເທດໂອຕາລິດ) ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015, ພ້ອມທັງເນັ້ນໜັກວ່າ ເຕເຮຣານ ບໍ່ຊອກຫາຂໍ້ຕົກລົງຊົ່ວຄາວໃນການເຈລະຈາ.

ໂດຍຕອບສຳພາດຕໍ່ນັກຂ່າວຂອງຊ່ອງໂທລະພາບແຫ່ງລັດ IRIB, ທ່ານ Abdollahian ຊີ້ແຈ້ງວ່າ ອີຣານ ຍັງບໍ່ເຫັນຂໍ້ລິເລີ່ມທີ່ຈິງຈັງ ຫຼື ເປັນໜ້າສົນໃຈໃດໆຈາກຝ່າຍ ອາເມລິກາ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ເວົ້າຕື່ມອີກວ່າ ການເຈລະຈາຈະບັນລຸໄດ້ຄວາມກ້າວໜ້າບົນພື້ນຖານບັນດາຂໍ້ລິເລີ່ມ ແລະ ຂໍ້ຕົກລົງດ້ານວິຊາການ, ຈາກນັ້ນຈະມີຂໍ້ຕົກລົງທີ່ຕອບສະໜອງຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ