ອີຣານແລະກຸ່ມ P5+1 ເຊື່ອມຕໍ່ການ ເຈລະຈາຂັ້ນນັກວິຊາ ການຄືນໃໝ່
(ພາບປະກອບ: NHK )
(vovworld)- ການເຈລະຈາຂັ້ນນັກວິຊາການລະຫວ່າງ ອີຣານ ແລະ ກຸ່ມ P5+1 (ຊື່ງລວມມີ 5 ປະເທດກຳມະການປະຈຳການ ສະພາຄວາມໝັນຄົງ ສປຊ ແລະ ເຢຍລະມັນ) ເພື່ອແນໃສ່ເປີດທາງໃຫ້ແກ່ຂໍ້ຕົກລົງຮອບດ້ານກ່ຽວກັບບັນຫານິວເຄຼຍຂອງ ເຕເຮຣານ ຖືກກຳນົດໃນວັນທີ 22-23/10 ຢູ່ວຽນ ປະເທດໂອຕາລິດ. ທ່ານ Abbas Araqchi ຮອງລັດຖະມົນຕີການຕ່າງປະເທດອີຣານ ພວມພະຍາຍາມບັນລຸໄດ້ຂໍ້ຕົກລົງສຸດທ້າຍໃຫ້ຖືກຕ້ອງຕາມການກຳນົດເວລາສຸດທ້າຍ ຄືວັນທີ 24/11 ຈະມາເຖິງ ແຕ່ມາຮອດປະຈຸບັນວິວັດການເຈລະຈາຍັງປະສົບກັບຄວາມຫຍຸ້ງຍາກຍ້ອນການໂຕ້ຖຽງກັນກ່ຽວຂ້ອງເຖິງການກຳນົດໂຄງການນິວເຄຼຍຂອງອີຣານຢູ່ໃນລະດັບໃດ. ຕາມທ່ານ Abbas Araqchi, ການພົບປະຄັ້ງຕໍ່ໄປຂອງຜູ້ຕາງໜ້າອາເມລິກາ, ອິຣານ ແລະ ອີຢູ ກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ ຈະຖືກປະກາດໂດຍໄວ./.