ຜູ້ຕາງໜ້າປະເທດຕ່າງໆເຂົ້າຮ່ວມກອງປະຊຸມ
(ພາບ: AFP/TTXVN)
|
(vovworld) - ວັນທີ 10/1, ບັນດານັກການທູດແຖວໜ້າຂອງອີຣານ ແລະ ກຸ່ມ P1+5 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ນັ້ນແມ່ນ: ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ) ໄດ້ໂຮມປະຊຸມຢູ່ນະຄອນຫຼວງ ວຽນ ປະເທດ ໂອຕຣິດ ເພື່ອແນໃສ່ຕີລາຄາກ່ຽວກັບການປະຕິບັດຂໍ້ຕົກລົງນິວເຄຼຍປະຫວັດສາດເຊິ່ງ 2 ຝ່າຍໄດ້ລົງນາມເມື່ອເດືອນ 7/2015. ກອງປະຊຸມໄດ້ດຳເນີນໃນສະພາບການທີ່ພວມປະກົດມີບັນດາຄວາມວິຕົກວັງວົນກ່ຽວກັບອະນາຄົດຂອງຂໍ້ຕົກລົງນິວເຄຼຍພາຍຫຼັງທີ່ທ່ານປະທານາທິບໍດີຜູ້ທີ່ຫາກໍ່ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ Donald Trump, ຜູ້ທີ່ເຄີຍຖະແຫລງລົບລ້າງຂໍ້ຕົກລົງນີ້ເປັນຫຼາຍເທື່ອ, ໄດ້ຮັບດຳລົງຕຳແໜ່ງໃນວັນທີ 20/1 ຈະມາເຖິງ ແລະ ທ່ານອະດິດປະທານາທິບໍດີ ອີຣານ Akbar Hashemi Rafsanjani, ເຊິ່ງແມ່ນຜູ້ມີການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຂໍ້ຕົກລົງນິວເຄຼຍດັ່ງກ່າວ ຫາກໍ່ເຖິງແກ່ມໍລະນະກຳ.