ອີຣານ ກະກຽມ ຊ້ອມຮົບຂະໜາດໃຫຍ່

ອີຣານ ກະກຽມ ຊ້ອມຮົບຂະໜາດໃຫຍ່ - ảnh 1
ການ​ຊ້ອມ​ຮົບ “ບັນດາ​ຜູ້​ປົກ​ປັກ​ຮັກສາ​ເຂດນານ​ຟ້າ Velayat 4”
(ພາບ: news.cn)

(vovworld) –  ວັນ​ທີ 31/8, ຊ່ອງ​ໂທລະພາບ Press TV ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ຜູ້​ບັນຊາ​ການ​ຖານ​ທີ່​ໝັ້ນ​ປ້ອງ​ກັນ​ອາກາດ Khatam Al – Anbiya ຂອງ ອີຣານ, ທ່ານ ພົນຈັດຕະວາ​ Farzad Esmaili ​ໂດຍ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ຂອງ​ປະ​ເທດ​ນີ້​ມີ​ຊື່ລັບວ່າ “ບັນດາ​ຜູ້​ປົກ​ປັກ​ຮັກສາ​ເຂດນານ​ຟ້າ Velayat 5” ​ເຊິ່ງຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ເດືອນ 9 ຈະ​ມີ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ການ​ຊ້ອມ​ຮົບ​ຄັ້ງ​ກ່ອນ​ທ່ີ​ຖືກ​ຈັດ​ຂຶ້ນ​ຢູ່ພາກ​ຕາ​ເວັນ​ອອກ ອີຣານ ​ໃນ​ປີ​ກ່າຍ. ຕາມ​ທ່ານ Esmaili ​ແລ້ວ, ມີ ຣາດາ ​ໄລຍະ​ໄກ ​ແລະ ລະບົບ​ປ້ອງ​ກັນຫຼາຍ​ປະ​ເພດຈະ​ຖືກ​ນຳ​ມາ​ໃຊ້​ທົດ​ລອງ​ໃນ​ການ​ຊ້ອມ​ຮົບ​​ໃກ​້ໆ​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ບໍ່​ໃຫ້​ຮູ້​ລະອຽດ​ສະຖານ​ທີ່ ​ແລະ ຂອບ​​ເຂດ​ການ​ຊ້ອມ​ຮົບ. ກ່ອນ​ໜ​້ານັ້ນ, ການ​ຊ້ອມ​ຮົບ “ບັນດາ​ຜູ້​ປົກ​ປັກ​ຮັກສາ​ເຂດນານ​ຟ້າ Velayat 4” ​ໂດຍ​ກອງທັບ ອີຣານ ​ແລະ ກຳລັງ​ພິທັດ​ຮັກ​ສາ​ປະຕິວັດ ອິດສະ​ລາມ ສົມທົບ​ກັນ​ດຳ​ເນີນ​​ໃນ​ເດືອນ 11/2012. ຕາມ Press TV ​ແລ້ວ, ການ​ຊ້ອມ​ຮົບ​ນີ້​ຖືກ​ດຳ​ເນີນ​ໃນ​ເນື້ອ​ທີ່​ດິນ 950.000 ຕາລາງ​ແມັດ ຢູ່ຫຼາຍແຂວງຂຶ້ນກັບພາກຕາເວັນອອກ ອີຣານ.

 

ຂ່າວ/ບົດ​ອື່ນ