ອີຣານ ກ້າວເຂົ້າສູ່ການເລືອກຕັ້ງປະທານາທິບໍດີຄັ້ງທີ 11

ອີຣານ ກ້າວເຂົ້າສູ່ການເລືອກຕັ້ງປະທານາທິບໍດີຄັ້ງທີ 11 - ảnh 1
(ພາບປະກອບ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 14/06, ປະຊາຊົນ​ ອີຣານ ​ເລີ່​ມ​ໄປ​ປ່ອນ​ປັດ​ເລືອກ​ຕັ້ງ​ຜູ້​ສືບທອດ​ທ່ານ​ປະທານາທິບໍດີ Mahmoud Ahmadinejad, ຜູ້​ທີ່​​ດຳລົງ​ຕໍາ​ແໜ່​ງ​ເປັນ 2 ອາຍຸ​ການຢ່າງ​ລຽນ​ຕິດ ​ແລະ ຕາມ​ລະບຽບ​ກົດໝາຍ​ແມ່ນ​ບໍ່​ສາມາດອອກ​ສະໝັກ​ຮັບ​ເລືອກ​ຕັ້ງ. ການ​ເລືອກ​ຕັ້ງ​ຈັດ​ຂຶ້ນ​​ໃນ​ສະພາບ​ທີ່​ບັນດາ​ປະ​ເທດ​ໃນ​ເຂດ​ອ່າວ ດັ່ງກ່າວ​ພວມ​ຢືນຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ຍ້ອນ​ການ​ລົງ​​ໂທດ​ດ້ານ​ເສດຖະກິດ​ຢ່າງ​ເຄັ່ງ​ຄັດ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ກໍ​ຄື​ຄວາມ​ກົດ​ດັນຈາກສາກົນ​​ເພີ່ມ​ຂຶ້ນສຳລັບ​ບັນດາ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນທາງ​ໂທລະພາບ​ແຫ່ງ​ລັດ ​ເຊິ່ງ​ໄດ້​ຖ່າຍ​ຖອດ​ສົດ, ຜູ້ນຳ​ອີຣານ ທ່ານ Ali Khamenei ​ໄດ້ກະຕຸກ​ຊຸກຍູ້​ປະຊາຊົນ​ອີຣານ ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຢ່າງ​ຕັ້ງໜ້າ, ພ້ອມ​ທັງ​ຢືນຢັນ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ປະ​ເທດ​ນີ້​ຈະ​ເປັນ​ການ​ຕັດສິນ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ.

        ຕາມ​ກະຊວງ​ພາຍ​ໃນ​ອີຣານ ​ແລ້ວ, ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ 50,5 ລ້ານ​ຄົນມີ ຖານະ​ຢ່າງ​ພຽວພໍ ​ເພື່ອເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້, ​ເພື່ອ​ເລືອກ​ເອົາ 1 ​ໃນ​ຈຳນວນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 6 ທ່ານ ​ເພື່ອ​ແທນ​ໃຫ້​ທ່ານ​ປະທານາທິບໍດີ Ahmadinejad.

ຂ່າວ/ບົດ​ອື່ນ