ອີຣານ ກ່າວເຕືອນສືບຕໍ່ຫລຸດຜ່ອນຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ

(VOVWORLD) - ວັນທີ 23 ມິຖຸນາ, ທ່ານ Kamal Kharazi ຫົວໜ້າສະພາຍຸດທະສາດກ່ຽວກັບການພົວພັນຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: 
ອີຣານ ກ່າວເຕືອນສືບຕໍ່ຫລຸດຜ່ອນຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ - ảnh 1 ອີຣານ ກ່າວເຕືອນສືບຕໍ່ຫລຸດຜ່ອນຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ (ພາບ: AFP/TTXVN)

ປະເທດນີ້ ອາດຈະຮັດແຄບບັນດາຄຳໝັ້ນສັນຍາໃນຂອບເຂດຂໍ້ຕົກລົງນິວເຄຼຍຊຶ່ງໄດ້ລົງນາມໃນປີ 2015 ຫລາຍກ່ວາອີກ ຖ້າຫາກບັນດາປະເທດ ເອີຣົບ ບໍ່ປົກປ້ອງ ອີຣານ ຕໍ່ບັນດາມາດຕະການລົງໂທດຂອງ ອາເມລິກາ ໂດຍຜ່ານກົນໄກການຄ້າ.

        ທ່ານ Kamal Kharazi ຊີ້ແຈ້ງວ່າ: ຖ້າຫາກບັນດາປະເທດ ເອີຣົບ ບໍ່ປະຕິບັດບັນດາມາດຕະການໃນໄລຍະເວລາ 60 ວັນ ຄືຈຸດເວລາສຸດທ້າຍ ຊຶ່ງ ອີຣານ ຍົກອອກມາໃນເດືອນ ພຶດສະພານັ້ນ, ອີຣານ ຈະຍົກອອກບັນດາບາດກ້າວໃໝ່. ຕາມທ່ານ Kamal Kharazi ແລ້ວ, ຖ້າຫາກບັນດາປະເທດ ເອີຣົບ ສຸມກຳລັງເຂົ້າໃນເຄື່ອງມືໜູນຊ່ວຍການແລກປ່ຽນການຄ້າ (INSTEX) ແລະ ສ້າງເງື່ອນໄຂເພື່ອດຳເນີນການເຄື່ອນໄຫວແລກປ່ຽນການຄ້າກັບ ເຕເຮຣານ ແລ້ວ. ນີ້ຈະແມ່ນບາດກ້າວຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ