ອີຣານ ກຽມພ້ອມເຂົ້າຮ່ວມ ການເຈລະຈາກັບກຸ່ມ P5+1

ອີຣານ ກຽມພ້ອມເຂົ້າຮ່ວມ ການເຈລະຈາກັບກຸ່ມ P5+1 - ảnh 1
(ພາບປະກອບ)
(vovworld) -  ວັນ​ທີ 16/05, ທ່ານຫົວໜ້າຄະນະ​ເຈລະຈາ​ນິວ​ເຄຼຍອີຣານ Saeed Jalili ​ໄດ້​ຖະ​ແຫຼ​ງວ່າ ອີຣານ ກຽມພ້ອມ​ສືບຕໍ່ການເຈລະຈາ​ດ້ານ​ນິວ​ເຄຼຍ ກັບ​ກຸ່ມ P5+1 (​ເຊິ່ງລວມມີ 6 ປະ​ເທດ​ມະຫາ​ອຳນາດ​ຄື: ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຝລັ່ງ, ອັງ​ກິດ ​ແລະ ​ເຢຍລະ​ມັນ) ​ໃນ​ຈຸດ​ເວລາ​ກ່ອນ ຫຼື ຫຼັງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ປະ​ເທດ​ນີ້, ​ເຊິ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 6 ຈະ​ມາ​ເຖິງ. ຢູ່​ນະຄອນ ອິດສຕາ​ບູນ ຂອງ ຕວກກີ, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ພາຍຫຼັງ​ການ​ເຈລະຈາ​ກັບ​ຜູ້ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ ສະຫະພາບ​ເອີ​ລົບ (EU) ທ່ານ​ນາງ Catherine Ashton, ທ່ານ Jialili ຢືນຢັນ​ວ່າ; ອີຣານ ກຽມພ້ອມ​ຈະ​ສືບຕໍ່ການເຈລະຈາກັບ​ກຸ່ມ P5+1 ​ໃນ​ບໍ່​ວ່າ​ເວລາ​​ໃດ​ເຊິ່ງເຂົາເຈົ້າກຽມ​ພ້ອມ​ແລ້ວ​, ​ແຕ່​ທ່ານ Jialili ກໍ​ຢືນຢັນ​ຄືນ​ໃໝ່​ວ່າ ອີຣານ ຈະ​ບໍ່​ປະລະ​ສິດ​ເສີມ​ທາດອຸຣານີ ຂອງ​ຕົນ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 15/05, ຮອບ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້​ຢູ່​ວຽນ, ປະ​ເທດ​ໂອ​ຕາຣິດ ສິ້ນ​ສຸດ, ​ແຕ່​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ ເອກະສານກຳນົດ​ເງື່ອນ​ໄຂ​​ສຳ​ພັດ​ກັບ​ຮາກ​ຖານ​ນິວ​ເຄຼຍຂອງ​ອີຣານ.
ຂ່າວ/ບົດ​ອື່ນ