ອີຣານ ຖະແຫຼງ ບໍ່ປະນິປະນອມໃນ ບັນຫານິວເຄຼຍ

ອີຣານ ຖະແຫຼງ ບໍ່ປະນິປະນອມໃນ ບັນຫານິວເຄຼຍ - ảnh 1
ຜູ້ນຳດ້ານ​ຈິດ​ໃຈ​ໃຈ​ອີຣານ Ayatollah Ali Khamenei
(ພາບ: allvoices.com)


(vovworld) - ວັນ​ທີ 20/11, ຜູ້ນຳດ້ານ​ຈິດ​ໃຈ​ໃຈ​ອີຣານ Ayatollah Ali Khamenei ຖະ​ແຫຼ​ງວ່າ ອີຣານ ຈະ​ບໍ່ປະ​ນິປະນອມ​ໃນ​ການ​ປົກ​ປັກ​ຮັກສາ​ສິດຜົນ​ປະ​ໂຫຍ​ດ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ບັນຫາ​ພັດທະນານິວ​ເຄຼຍ. ຄຳ​ຖະ​ແຫຼ​ງດັ່ງກ່າວ​ໄດ້​ຍົກ​ອອກ​ມາກ່​ອນການ​ເຈລະຈາ​ຄັ້ງ​ໃໝ່​ລະ​ຫວ່າງ​ອີຣານ ​ແລະ ກຸມ P5+1 (​ເຊິ່ງລວມມີ​ອາ​ເມ​ລິ​ກາ, ລັດ​ເຊຍ, ອັງກິດ, ຝລັ່ງ, ຈິນ ​ແລະ ​ເຢຍລະ​ມັນ) ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ທີ່​ກ່ຽວ​ຂ້ອງ​ເຖິງ​​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດສ.ອິດສລາມນີ້. ​ໃນບົດ​ກາວ​ປາ​ໄສ​​ເຊິ່ງ​ໄດ້​ຮັບ​ການ​ຖ່າຍ​ທອດສົດທາງ​ໂທລະພາບ​ແຫ່ງ​ຊາດ. ຜູ້ນຳ​ສູງ​ສຸດ​ອີຣານ Khamenei ​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ​ບໍ່​ແຊກ​ແຊງ​ໂດຍ​ກົງ​ເຂົ້າ​ການ​ເຈ​ລະ​ຈາ​ຢູ່​ຊີ​ແນວ, ​ແຕ່​ທ່ານ​ໄດ້​ວາງ​ອອກ “ຂໍ້​ກຳນົດ​ແດງ” ​ໃຫ້​ແກ່​ບັນດາ​ນັກ​​ເຈລະ​ຈາອີຣານ. ​​ແຕ່ໃນ​ບົດ​ກ່າວ​ປາ​ໄສນີ້, ຜູ້ນຳ​ສູງ​ສຸດ​ອີຣານ Khamenei ​ໄດ້​ຖະ​ແຫຼ​ງວ່າ ​ເຕ​ເຣຣານ ຢາກ​ສ້າງ​​ການ​ພົວພັນ​ສະ​ໜິດສະໜົມ​ກັບ​ທຸກໆ​ປະ​ເທດ.

ຂ່າວ/ບົດ​ອື່ນ