ອີ​ຣານ​ ​ປັດ​ເຂ່ຍ​ການເຂົ້າ​ຮ່ວມ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 21 ມິຖຸນາ, ທ່ານ Mohammad-Bagher Ghalibaf ປະທານສະພາແຫ່ງຊາດ ອີຣານ ໄດ້ປັດເຂ່ຍກໍລະນີເຈລະຈາໃດໆກັບອາເມລິກາກ່ຽວກັບບັນຫາຮ້ອນເຮັ່ງໃນປັດຈຸບັນ. 
ອີ​ຣານ​ ​ປັດ​ເຂ່ຍ​ການເຂົ້າ​ຮ່ວມ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານ Mohammad-Bagher Ghalibaf ປະທານສະພາແຫ່ງຊາດ ອີຣານ (ພາບ:  Tehran Times/TTXVN)

ກ່າວຄຳເຫັນໄຂກອງປະຊຸມສະພາແຫ່ງຊາດ, ທ່ານ Ghalibaf ເນັ້ນໜັກວ່າ “ຂະບວນການຕໍ່ສູ້ ແບບສະຫຼາດ ແລະ ຕັ້ງໜ້າ” ຕ້ານອາເມລິກາ ແມ່ນການເລືອກເຟັ້ນຍຸດທະສາດສຳລັບຊົນຊາດອີຣານ. ເຕເຮຣານບໍ່ຄັດຄ້ານການເຄື່ອນໄຫວທາງການທູດ ແລະ ການເຈລະຈາ, ແຕ່ການເຈລະຈາກັບອາເມລິກາແມ່ນສິ່ງ “ຕ້ອງຫ້າມ ແລະ ມີຜົນຮ້າຍ”.

ກ່ອນໜ້ານັ້ນ, ໃນວັນທີ 20 ມິຖຸນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກະຕຸກຊຸກຍູ້ ເຕເຮຣານເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍຄືນໃໝ່ ເຊິ່ງທ່ານຖອນລາຍຊື່ປະເທດອາເມລິກາອອກຈາກຂໍ້ຕົກລົງດັ່ງກ່າວແຕ່ລຳພັງຝ່າຍດຽວໃນປີ 2018. ປະເທດສາທາລະນະລັດ ອິດສະລາມນີ້ ໄດ້ປະຕິເສດຄຳຮຽກຮ້ອງຂອງອາເມລິກາໃນການເຊື່ອມຕໍ່ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍຫຼາຍຝ່າຍປະຫວັດສາດປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ