(vovworld) - ວັນທີ 12/7, ລັດຖະບານ ອີຣານ ໄດ້ປະຕິເສດຄຳກ່າວຜຸກໂທດຂອງອົງການຝ່າຍຄ້ານພັດຖິ່ນໂດຍຖືວ່າ: ປະເທດນີ້ໄດ້ກໍ່ສ້າງຮາກຖານນິວເຄຼຍແຫ່ງໜຶ່ງຢູ່ຕີນພູແຫ່ງໜຶ່ງໃກ້ກັບເທດສະບານເມືອງ Damavand, ແຂວງ ເຕເຮຣານ. ກ່າວຄຳເຫັນຕໍ່ສຳນັກຂ່າວສານ Mehr, ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Abbas Qraqchi ຢືນຢັນວ່າ: “ຂໍ້ມູນຂ່າວດັ່ງກ່າວແມ່ນຜິດພາດ ແລະ ພວກຂ້າພະເຈົ້າຄັດຄ້ານສິ່ງດັ່ງກ່າວ”. ກ່ອນໜ້ານັ້ນ, ວັນທີ 11/7 ກຸ່ມຝ່າຍຄ້ານ MEK ມີສຳນັກງານຕັ້ງຢູ່ ປາຣີ, ປະເທດ ຝຣັ່ງ ກໍ່ໃຫ້ຮູ້ມີບັນດາຫຼັກຖານທີ່ໜ້າໄວ້ເນື້ອເຊື່ອໃຈ ກ່ຽວກັບຮາກຖານນິວເຄຼຍແຫ່ງໃໝ່ເຊິ່ງ ອີຣານ ພວມກໍ່ສ້າງຢ່າງລັບ. ໃນຖະແຫຼງການຂອງຕົນ, ສະພາຕໍ່ຕ້ານແຫ່ງຊາດ ອີຣານ (NCRI) - ກຸ່ມປົກປ້ອງຂອງ MEK, ໄດ້ຊີ້ແຈ້ງຮາກຖານດັ່ງກ່າວໄດ້ກໍ່ສ້າງຢູ່ໃນພູໃກ້ກັບເທດສະບານເມືອງ Damavand. NCRI ກໍ່ກ່າວຜຸກໂທດທ່ານປະທານາທິບໍດີຄົນໃໝ່ ອີຣານ Hassan Rohani, ເຄີຍເປັນນັກເຈລະຈາ ກ່ຽວກັບບັນຫາ ນິວເຄຼຍ, ສວມບົດບາດສຳຄັນໃນໂຄງການນີ້.