ອີຣານ ສ້າງເຂດແດງເລິກ 40 ກມ ໃນເຂດດິນແດນອິຣັກ ເພື່ອສະກັດກັ້ນ IS
(ພາບປະກອບ)
(vovworld) – ວັນທີ 06/01, ຊ່ອງໂທລະພາບ “Press TV” ໄດ້ຄັດຄຳເວົ້າຂອງຜູ້ບັນຊາການບັນດາກຳລັງທະຫານບົກອີຣານ, ພົນວາທີ Ahmad Reza Pourdastan ໃຫ້ຮູ້ວ່າ, ປະເທດນີ້ໄດ້ກຳນົດເຂດແດງໃນເຂດດິນແດນຂອງອີຣັກ ຕິດກັບເຂດຊາຍແດນອີຣານ ເພື່ອສະກັດກັ້ນທຸກຄວາມມານະພະຍາຍາມແຊກຊຶມຂອງບັນດາມືປືນ “ລັດອິດສະລາມ” (IS). ເຂດແດງດັ່ງກ່າວຕັ້ງຢູ່ທາງທິດຕາເວັນຕົກອີຣັກ ຫ່າງຈາກເຂດຊາຍແດນລວມ 40 ກມ. ພົນວາທີ Pourdastan ໄດ້ກ່າວເຕື່ອນວ່າພວກທະຫານກະບົດ IS ຈະຕ້ອງປະເຊີນໜ້າກັບການໂຕ້ຕອບຢ່າງແຮງຂອງກຳລັງທະຫານບົກອີຣານ ຖ້າຫາກຂ້າມຜ່ານເຂດກຳນົດນີ້. ທ່ານກໍ່ໃຫ້ຮູ້ວ່າ, ກອງທັບອີຣານ ເຂົ້າໃຈແຈ້ງບັນດາຍຸດທະວິທີເຊິ່ງ IS ພວມນຳໃຊ້ ແລະ ຕິດຕາມທຸກການກະທຳຂອງກຳລັງນີ້ຢູ່ອີຣັກ.