( vovworld ) - ວັນທີ 19/2, ທ່ານລັດຖະມົນຕີການຕ່າງປະເທດອີຣານ Ali Akbar Salehi ໃຫ້ຮູ້ວ່າ, ຮອບເຈລະຈາຄັ້ງຕໍ່ໄປລະຫວ່າງອີຣານ ກັບ 5 ປະເທດສະມາຊິກປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ ຈະຈັດຂື້ນຢູ່ອິດສຕານບຸນ, ປະເທດຕວກກີ. ຄຳຖະແຫຼງດັ່ງກ່າວໂດຍທ່ານ Salehi ຍົກອອກມາທີ່ການປະຊຸມຂ່າວລວມກັບຜູ້ຮ່ວມຕຳແໜ່ງ Nicagaoa ຢູ່ນະຄອນຫຼວງເຕເຣຣານ ( ອີຣານ ). ທ່ານ Salehi ໄດ້ເນັ້ນໜັກວ່າ, ອີຣານ ໄດ້ກຽມພ້ອມປະເຊີນໜ້າກັບສະພາບການຮ້າຍແຮງທີ່ສຸດ ເມື່ອປະເຊີນໜ້າກັບການນາບຂູ່ຂອງຝ່າຍຕາເວັນຕົກ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດອີຣານ ກໍ່ຢືນຢັນວ່າ, ຝ່າຍຕາເວັນຕົກຄວນຊອກຫາມາດຕະການຮ່ວມມືກັບອີຣານ ແມ່ນດີກວ່າການປະເຊີນໜ້າໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງໂຄງການນິວເຄຼີຍທີ່ກໍ່ຄວາມໂຕ້ຖຽງກັນຂອງປະເທດອິດສະລາມນີ້.
ຍັງມີເຫດການອື່ນອິກ, ວັນທີ 19/2, ທ່ານລັດຖະມົມຕີການຕ່າງປະເທດອັງກິດ William Hague ໄດ້ອອກສຽງກ່າວເຕືອນອິດສຣາແອນ ວ່າ, ການບຸກໂຈມຕີດ້ານການທະການທີ່ເລັ່ງໃສ່ອີຣານ ບໍ່ແມ່ນການກະທຳທີ່ດີໃນຈຸດເວລານີ້. ຕອບສຳພາດຕໍ່ຊ່ອງໂທລະພາບ BBC1 ເຊິ່ງໄດ້ຖ່າຍຖອດທາງໂທລະພາບໃນຕອນເຊົ້າວັນທີ 19/2, ທ່ານລັດຖະມົນຕີການຕ່າງປະເທດອັງກິດ ຢືນຢັນວ່າ, ບັນດາມາດຕະການລົງໂທດດ້ານເສດຖະກິດກໍ່ຄືການເຈລະຈາຕ້ອງມີກາລະໂອກາດຢ່າງແທ້ຈິງ ເພື່ອເກັ້ຍກ່ອມໃຫ້ອີຣານ ປະລະການຜະລິດນິວເຄຼີຍຂອງຕົນ.