ອີ​ຣານ ເລີ່ມ​ກໍ່​ສ້າງ​ຢູ່​ຮາກ​ຖານ​ນິວ​ເຄຼຍ Natanz

(VOVWORLD) -ອີຣານ ໄດ້ເລີ່ມເຄື່ອນໄຫວການກໍ່ສ້າງຢູ່ຮາກຖານນິວເຄຼຍ Natanz ຂອງປະເທດນີ້, ພາຍຫຼັງທີ່ ອົງການພະລັງງານປະລະມານູສາກົນ ຮັບຮອງວ່າ ເຕເຮຣານ ພວມກໍ່ສ້າງໂຮງງານຕິດຕັ້ງຈັກພົ້ນສູນ ທັນສະໄໝທີ່ສຸດຢູ່ໃຕ້ດິນ.
ອີ​ຣານ ເລີ່ມ​ກໍ່​ສ້າງ​ຢູ່​ຮາກ​ຖານ​ນິວ​ເຄຼຍ Natanz - ảnh 1ຮາກຖານນິວເຄຼຍ Natanz (ພາບ: AFP/TTXVN)

ຕາມບັນດາພາບຖ່າຍຈາກດາວທຽມ ທີ່ໄດ້ປະກາດໃນວັນທີ 28 ຕຸລາ ໄດ້ສະແດງໃຫ້ເຫັນວ່າ ອີຣານ ໄດ້ເລີ່ມເຄື່ອນໄຫວການກໍ່ສ້າງຢູ່ຮາກຖານນິວເຄຼຍ Natanz ຂອງປະເທດນີ້, ພາຍຫຼັງທີ່ ອົງການພະລັງງານປະລະມານູສາກົນ ຮັບຮອງວ່າ ເຕເຮຣານ ພວມກໍ່ສ້າງໂຮງງານຕິດຕັ້ງຈັກພົ້ນສູນ ທັນສະໄໝທີ່ສຸດຢູ່ໃຕ້ດິນ ພາຍຫຼັງໂຮງງານດັ່ງກ່າວຖືກລະເບີດໃນເຫດການທີ່ໄດ້ຮັບຖືວ່າແມ່ນການບຸກໂຈມຕີເພື່ອມ້າງເພທຳລາຍເຂດດັ່ງກ່າວໃນລະດູຮ້ອນຜ່ານມາ.

        ບັນດາພາບຖ່າຍຂອງ Planet Labs ທີ່ມີສຳນັກງານຕັ້ງຢູ່ San Francisco, ລັດ California, ປະເທດ ອາເມລິກາ ໄດ້ຊີ້ໃຫ້ເຫັນວ່າ, ນັບແຕ່ເດືອນ ສິງຫາ ມານີ້, ອີຣານ ໄດ້ກໍ່ສ້າງເສັ້ນທາງໃໝ່ ຫຼື ຍົກລະດັບເສັ້ນທາງໄປຍັງພາກໃຕ້ Natanz. ພາບຖ່າຍຈາກດາວທຽມ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ເຂດນີ້ໄດ້ຮັບການເຮັດອະນາໄມຢ່າງສະອາດ ດ້ວຍອຸປະກອນກໍ່ສ້າງ.


ຕອບກັບ

ຂ່າວ/ບົດ​ອື່ນ