(vovworld) - ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນ: ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ) ຈະສືບຕໍ່ຮອບເຈລະຈາເຈົ້າໜ້າທີ່ຂັ້ນສູງທີ່ຄັ້ງທີ 3 ໃນລະຫວ່າງວັນທີ 07 – 09/04 ຢູ່ນະຄອນຫຼວງ ວຽນ, ປະເທດອົດຕາລິດ. ທ່ານນາງ Catherine Ashton ຜູ້ຮັບຜິດຊອບບັນຫາພົວພັນກັບຕ່າງປະເທດຂອງອີຢູ ແລະ ນະໂຍບາຍປ້ອງກັນຄວາມສະຫງົບ ແລະ ທ່ານ Javad Zarif ລັດຖະມົນຕີການຕ່າງປະເທດອີຣານ ຢືນຢັນສິ່ງດັ່ງກ່າວໃນຖະແຫຼງການຮ່ວມ ເຊິ່ງໄດ້ຍົກອອກມາເມື່ອໃນວັນທີ 19/03. ຖະແຫຼງການຊີ້ແຈ້ງວ່າ ອີຣານ ແລະ ກຸ່ມ P5+1 ຈະພົບປະກັນໃນລະຫວ່າງວັນທີ 07 – 09/04 ຢູ່ວຽນ ແລະ ສືບຕໍ່ຊອກຫາຂໍ້ຕົກລົງຮອບດ້ານກ່ຽວກັບໂຄງການນິວເຄຼຍ ຂອງອີຣານ. ທັງທ່ານນາງ Catherine Ashton ແລະ ທ່ານ Javad Zarif ລ້ວນແຕ່ຖືການເຈລະຈາຢູ່ວຽນ ຄັ້ງນີ້ “ແມ່ນແທດຈິງ ແລະ ມີປະໂຫຍດ” ຍ້ອນບັນດາຝ່າຍທີ່ເຂົ້າຮ່ວມໄດ້ທາບທາມຫຼາຍບັນຫາ, ພິເສດແມ່ນບັນດາເສີມທາດ urani, ເຕົາປະຕິກອນ Arak, ການຮ່ວມມືໃນຂົງເຂດຜະລິດປະລະມານູດ້ວຍຈຸດໝາຍສັນຕິພາບ ແລະ ຜ່ອນຄາຍບັນດາມາດຕະການລົງໂທດສຳລັບ ເຕເຣຣານ