ອີຣານ ແລະ ອົງການພະລັງງານປະລະມານູສາກົນໂຈະຈຸດເວລາເຈລະຈາ

ອີຣານ ແລະ ອົງການພະລັງງານປະລະມານູສາກົນໂຈະຈຸດເວລາເຈລະຈາ - ảnh 1
ພາບປະກອບ:internet


(vovworld) - ວັນ​ທີ 22/1, ຊ່ອງ​ໂທລະພາບ​ແຫ່ງ​ຊາດ ອີຣານ IRIB ​ໄດ້​ໃຫ້​ຂ່າວ​ວ່າ: ການ​ເຈລະຈາ​ຮອບ​ຕໍ່​ໄປ​ລະຫວ່າງ​ປະ​ເທດ​ນີ້ ກັບ​ອົງການ​ພະລັງງານ​ປະລະມານູ​ນສາກົນ​(IAEA) ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 13/2 ຈະ​ມາ​ເຖິງ ​ແທນ​ທີ່​ວັນ​ທີ 12/2 ຄື​ດັ່ງ​ໄດ້​ປະກາດ​ໃນ​ອາທິດ​ຜ່ານ​ມາ. ກ່ອນ​ຫນ້າ​ນັ້ນ, ພາຍຫລັງ 2 ມື້ ດຳ​ເນີນ​ການ​ເຈລະຈາ ຢູ່ Tehran ທີ່ອັດ​ລົງ​​ເມື່ອ​ວັນ​ທີ 17/1, ບັນດາ​ເຈົ້າ​ຫນ້າ​ທີ່ ອີຣານ ​ແລະ IAEA ​ໄດ້​ເຫັນ​ດີ​ສື​ບຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍທີ່​ກໍ​ຄວາມ​ຖົກ​ຖຽງ​ກັນ​ຂອງ​ປະ​ເທດ​ອິດສະ​ລາມ​ນີ້ ​ໃນ​ວັນ​ທີ 12/2 ຈະ​ມາ​ເຖິງ ຢູ່ Teheran. ທີ່​ການ​ເຈລະຈາ​ຮອບ​ຜ່ານ​ມາ ລະຫວ່າງ ກຸ່ມ​ຜູ້​ຊ່ຽວຊານ IAEA ​ແລະ ບັນດາ​ນັກ​ເຈລະຈາ ອີຣານ, ສອງ​ຝ່າຍ​ບໍ່​ບັນລຸ​ໄດ້​ຜົນບຸກທະລຸ​ໃດ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນທີ່ເກີດຂຶ້ນແຕ່ດົນນານແລ້ວ​ທີ່​ກ່ຽວຂ້ອງ​ເຖິງເລື່ອງກວດກາ​ໂຄງການ​ນິວ​ເຄຼຍທີ່ຖືກ​ສົງ​ໃສ​ຂອງ ອີຣານ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ ອີຣານ ຖື​ວ່າ: ​ເລື່ອງ​ເຫັນ​ດີ​ສືບ​ຕໍ່​ບັນດາ​ການ​ເຈລະຈາ ກໍ​ແມ່​ນບາດກ້າວ​ທີ່ດີ​ແລ້ວ.

ຂ່າວ/ບົດ​ອື່ນ