ອີຣານ ແລະ P5+1 ບັນລຸຂໍ້ຕົກລົງສຳຄັນກ່ຽວກັບນິວເຄຼຍ

ອີຣານ ແລະ P5+1 ບັນລຸຂໍ້ຕົກລົງສຳຄັນກ່ຽວກັບນິວເຄຼຍ - ảnh 1
ການເຈລະຈາລະຫວ່າງອີຣານກັບP5+1
photo:AP

(vovworld)- ຮຸ່ງ​ເຊົ້າ​ວັນ​ທີ 24/11, ອີຣານ ​ແລະ P5+1 ບັນລຸ​ໄດ້​ຂໍ້​ຕົກລົງ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ​ເພື່ອ​ແລກ​ເອົາ​ເລື່ອງ​ຫລຸດຜ່ອນ​ມາດ​ຕະການ​ລົງ​ໂທດ​ອີຣານ. ນີ້​​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ທຳ​ອິດ​ພາຍຫລັງ​ຄວາມ​ມານະ​ພະຍາຍາມ​ໃນ​ເກືອບ​ຫນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ​ຂອງ​ປະຊາ​ຄົມ​ໂລກ​ເພື່ອ​ສະກັດ​ກັ້ນ​ໂຄງການ​ນິວ​ເຄຼຍຂອງ​ອີ​ຣານ. ທ່ານ​ນາງ Catherine Ashton ຜູ້ຕາງຫນ້າ​ຂອງ​ກຸ່ມ p5+1 ​ແລະ ຫົວຫນ້າ​ຄະນະ​ເຈລະຈາ​ອີຣານ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Mohammad Javad Zarif ຮັບ​ຮູ້​ວ່າ: ພາຍຫລັງ​ ປືກສາ​ຫາລື​ຢ່າງ​ເຄັ່ງ​ຕຶງມາ​ເປັນ​ເວລາ ເກືອບ 5 ວັນ, ສອງ​ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ຊົ່ວຄາວ. ຕາມ​ນັ້ນ​ແລ້ວ ອີຣານ ຈະ​ຢຸດຕິ​ການ​ເສີມ​ທາດ urani ​ໃນ​ຮອບ​ເວລາ 6 ​ເດືອນ ​ເພື່ອ​ແລກ​ເອົາ​ການ​ຜ່ອນຄາຍ​ບັນດາ​ມາດ​ຕະການ​ລົງ​ໂທດ​ອີຣານ.

 

ຂ່າວ/ບົດ​ອື່ນ