ອອກສະເຫນີຕົວຫນ້າເວັບການຕ່າງປະເທດປະຊາຊົນດ້ວຍພາສາຈີນ

ອອກສະເຫນີຕົວຫນ້າເວັບການຕ່າງປະເທດປະຊາຊົນດ້ວຍພາສາຈີນ - ảnh 1
ພິທີອອກສະເຫນີຕົວຫນ້າເວັບ shidai.com


(vovworld)-ວັນ​ທີ 16/6, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ອອກ​ສະ​ເໜີຕົວ​ຫນ້າ​ເວັບ ຂອງຫນັງສືພິມ​ຍຸກ​ສະ​ໄຫມ(Báo thời đại) ດ້ວຍ​ພາສາ​ຈີນ ທີ່​ມີ​ລະຫັດ shidai.com, ຫລື shidai.vn, ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິ​ດຕະພາບ ຫວຽດນາມ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທຳ​ອິດ ຫວຽດນາມ ມີຫນ້າ​ເວັບ​ສະ​ແດງ​ສຽງ​ເວົ້າ​ຂອງ​ປະຊາຊົນຫວຽດນາມ​ຢ່າງ​ເປັນ​ທາງ​ການ, ສຽງ​ເວົ້າ​ຂອງ​ບັນດາ​ອົງການ​ຈັດຕັ້ງ​ສັງຄົມ​ຫວຽດນາມ ດ້ວຍ​ພາສາ​ຈີນ. ທ່ານ ​ເລກ​ວາງ​ທ້ຽນ, ບັນນາທິການ​ໃຫຍ່ ຫນັງສືພິມຍຸກ​ສະ​ໄຫມ ​ເນັ້ນຫນັກ​ວ່າ: ຫນ້າ​​ເວັບ​ດັ່ງກ່າວ ​ແມ່ນ​ຊອ່ງຂໍ້​ມູນ​ຂ່າວ​ການ​ຕ່າງປະ​ເທດປະຊາຊົນ ສ​່ອງ​ແສງ​ຄວາມ​ມູ່ງມາດ​ປາດ​ຖະຫນາ​ຮັກຫອມ​ສັນ​ຕິ​ພາບ, ຖື​ມິດ​ຕະພາບ​ເປັນ​ສຳຄັນ ​ແລະ ​ເຈດ​ຈຳນົງ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ກໍ​ຄື​ມູນ​ເຊື້ອ​ຮັກ​ຊາດ​ຢ່າງ​ແຮງ​ກ້າ​ຂອງ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ