ອອກເຄື່ອນພົນດຳເນີນບັ້ນປິ່ນປົວພະຍາດໂດຍມະນຸດສະທຳໃຫ້ຜູ້ທູກຍາກ 1 ລ້ານຄົນ

ອອກເຄື່ອນພົນດຳເນີນບັ້ນປິ່ນປົວພະຍາດໂດຍມະນຸດສະທຳໃຫ້ຜູ້ທູກຍາກ 1 ລ້ານຄົນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມໃນພິ​ທີ​ປຸກ​ລະ​ດົມ
(ພາບ:baomoi)

(vovworld)- ຕອນ​ເຊົ້າ​ວັນ​ທີ 2/11, ສູນ​ກາງ​ສະ​ພາ​ກາ​ແດງ​ຫວຽດ​ນາມໄດ້​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ, ກົມ​ໃຫຍ່​ການ​ເມ​ືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ສູນ​ກາງ​ສະ​ມາ​ຄົມ​ທ່ານ​ໝໍ​ໜຸ່​ມ​ຫວຽດ​ນາມ ຈັດ​ພິ​ທີ​ປຸກ​ລະ​ດົມ ແລະ ອອກ​ເຄ​ື່ອນ​ພົນດຳ​ເນີນບັ້ນ​ເຄ​ື່ອນ​ໄຫວກວດ ແລະ ປິ່ນ​ປົວພະ​ຍາດ​ໂດຍ​ມະ​ນຸດ​ສະ​ທຳ​ ແລະ ເບິ່ງ​ແຍງ​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ປີ 2014 ກ້ວຍ​ຫົວ​ເລື່ອງ : “ ຮ່ວມ​ແຮງ​ຮ່ວມ​ໃຈ​ກະ​ທຳ​ເພື່ອ​ສຸ​ຂະ​ພາບ​ຂອງວົງ​ຄະ​ນະ​ຍາດ”. ຕາມນັ້ນ​ແລ້ວ, ຈະ​ມີ​ຜູ້​ທຸກ​ຍາກຢ່າງ​ໜ້ອຍ 1 ລ້ານ​ຄົນໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈະ​ໄດ້​ຮັບ​ການ​ກວດ ແລະ ປິ່ນ​ປົວພະ​ຍາດ​ ແລະ ເບິ່ງ​ແຍງ​ຮັກ​ສາ​ສຸ​ຂະ​ພາບ​ໂດຍບໍ່​ຄິດ​ຄ່າ. ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ :

   “ສູນ​ກາງ​ສະ​ພາ​ກາ​ແດງ​ຫວຽດ​ນາມ, ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ, ກົມ​ໃຫຍ່​ການ​ເມ​ືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ສູນ​ກາງ​ສະ​ມາ​ຄົມ​ທ່ານ​ໝໍ​ໜຸ່​ມ​ຫວຽດ​ນາມ, ອົງການ​ປະ​ກັນ​ໄພ​ຫວຽດ​ນາມ ພ້ອມ​ກັນ​ສົມ​ທົບ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ສ້າງ​ລາຍ​ການ ເບິ່ງ​ແຍງ​ຮັກ​ສາ​ສຸ​ຂະ​ພາບ​ວົງ​ຄະ​ນະ​ຍາດ ມຸ່ງ​ໄປ​ສູ່​ການ​ປະ​ກັນ​ສັງ​ຄົມ​ທົ່ວ​ປວງ​ຊົນ. ດ້ວຍ​ຈຸດ​ໝາຍ​ບັນ​ດາ​ອົງ​ການ​ສະ​ມາ​ຊິກ ພ້ອມ​ກັບ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ເບິ່ງ​ແຍງ​ຮັກ​ສາ​ສຸ​ຂະ​ພາບໃນ 6 ຂົງ​ເຂດຄື: ຮັບ​ປະ​ກັນ​ນ້ຳ​ສະ​ອາດ, ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ,ຊຸກ​ຍູ້​ການ​ສັກ​ຢາ​ກັນ​ພະ​ຍາດ​ເປີດ​ກ້​ວາງ​ໃຫ້​ແກ່​ເດັກ, ປະ​ຕິ​ບັດ​ຈຸດ​ໝາຍ​ແກ້​ໄຂ​ສະ​ພາບ​ຂາດ​ອາ​ຫານ ແລະ ການ​ປະ​ກັນ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ