ອະດີດປະທານາທິບໍດີສິງກະໂປS.R.Nathanເຖິງແກ່ມໍລະນະກຳລວມອາຍຸໄດ້92ປີ
ອະດີດປະທານາທິບໍດີສິງກະໂປS.R.Nathan
(ພາບ: VOV/Straits Times)
(vovworld) - ຕອນຄ່ຳວັນທີ 22/08, ທ່ານອະດີດປະທານາທິບໍດີສິງກະໂປS.R.Nathan ໄດ້ເຖິງແກ່ມໍລະນະກຳຢູ່ໂຮງໝໍຫຼາຍຂະແໜງສິງກະໂປ, ລວມອາຍຸໄດ້ 92 ປີ. ຖະແຫຼງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສິງກະໂປ (PMO) ໃຫ້ຮູ້ວ່າ: “ທ່ານນາຍົກລັດຖະມົນຕີ ແລະ ຄະນະລັດຖະບານ ມີຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານ S.R.Nathan ແລະ ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວຂອງທ່ານ”. ທ່ານ S.R.Nathan ແມ່ນປະທານາທິບໍດີຜູ້ທີ 6 ແລະ ແມ່ນຜູ້ດຳລົງຕຳແໜ່ງດົນນານທີ່ສຸດໃນຖານະຕຳແໜ່ງນີ້ຂອງສິງກະໂປ, ຜ່ານ 2 ອາຍຸການແຕ່ປີ 1999 ເຖິງປີ 2011. ພາຍຫຼັງທີ່ລາອອກຈາກຕຳແໜ່ງປະທານາທິບໍດີ, ທ່ານ S.R.Nathan ແມ່ນນັກຊ່ຽວຊານຂັ້ນສູງຢູ່ສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ແລະ ມະຫາວິທະຍາໄລວິທະຍາສາດສັງຄົມ, ມະຫາວິທະຍາໄລຄຸ້ມຄອງສິງກະໂປ…