ອະດິດລັດຖະມົນຕີການຕ່າງປະເທດອີຢິບຮັບດຳລົງຕຳແໜ່ງເປັນເລາທິການໃຫຍ່ສະຫະພັນອາຣັບ
ທ່ານອະດິດລັດຖະມົນຕີການຕ່າງປະເທດ ອີຢິບ Ahmad Abu Al Gheit
(ພາບ: ສຳນັກຂ່າວສານຊີນຮວາ/ສຳນັກຂ່າວສານ ຫວຽດນາມ)
(vovworld) – ວັນທີ 3/7, ທ່ານອະດິດລັດຖະມົນຕີການຕ່າງປະເທດ ອີຢິບ Ahmad Abu Al Gheit ໄດ້ກາຍເປັນເລຂາທິການໃຫຍ່ຜູ້ທີ 8 ຂອງສະຫະພັນ ອາຣັບ (AL), ແທນໃຫ້ທ່ານ Nabil El Araby ຢ່າງເປັນທາງການ. ໃນວັນເຮັດວຽກທຳອິດໃນຖານະຕຳແໜ່ງໃໝ່ຢູ່ສຳນັກງານ AL ທີ່ນະຄອນຫຼວງ ກາຍໂຣ ປະເທດ ອີຢິບ, ທ່ານ Ahmad Abu Al Gheit ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shukry, ໃນນັ້ນມີການແລກປ່ຽນທັດສະນະກ່ຽວກັບສະພາບການປະຈຸບັນໃນໂລກ ອາຣັບ, ປຶກສາຫາລືກ່ຽວກັບບັນດາວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດປະຈຳປີຂອງ AL, ເຊິ່ງຄາດວ່າຈະດຳເນີນໃນເດືອນນີ້ຢູູ່ Mauritania. ທ່ານເລຂາທິການໃຫຍ່ Ahmad Abu Al Gheit ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການເຄື່ອນໄຫວຂອງອົງການພາກພື້ນນີ້ກ່ວາອີກ.