ອະດີດລັດຖະມົນຕີການ ຕ່າງປະເທດ Algeria ໄດ້ຮັບແຕ່ງຕັ້ງເປັນທູດ ພິເສດກ່ຽວກັບ ຊີຣີ

ອະດີດລັດຖະມົນຕີການ ຕ່າງປະເທດ Algeria ໄດ້ຮັບແຕ່ງຕັ້ງເປັນທູດ ພິເສດກ່ຽວກັບ ຊີຣີ  - ảnh 1
ທ່ານ Lakhdar Brahimi

(vovworld) - ຄາດ​ວ່າ, ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ Algeria ທ່ານ Lakhdar Brahimi ຈະ​ດຳລົງຕຳ​ແໜ່​ງທູດ​ພິ​ເສດ​ຮ່ວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ (ຫຼື AL) ກ່ຽວ​ກັບ ຊີຣີ ​ແທນ​ໃຫ້​ທ່ານ Kofi Annan ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງນີ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ​ 31/8 ຈະ​ມາ​ເຖິງ. ທ່ານ Brahimi ອາຍຸ 78 ປີ, ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ Algeria ​​ໃນ​​ໄລຍະ 1991 – 1993, ​ເຄີຍ​ດຳລົງ​ຕຳ​ແໜ່​ງ​ເປັນ​ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ຢູ່ ອາບ​ກາ​ນິດ​ສະຖານ ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 11/9 ຢູ່ ອາ​ເມ​ລິ​ກາ ປີ 2001, ທູດ​ພິ​ເສດ​ຢູ່ ອີຣັກ​ໃນ​ບັ້ນ​ຮົບ​ໂດຍ ອາ​ເມ​ລິ​ກາ​ປຸກລະດົມ​ເມື່ອ​ປີ 2003 ​ແລະ ທູດ​ພິ​ເສດ​ຂອງ AL ຢູ່ ລີ​ບີ​ໃນ​ຊຸມ​ປີ 80 ຂອງ​ສະຕະວັດ​ກ່ອນ. ຄາດ​ວ່າ, ຂໍ​້ຕົກລົງ​ສຸດ​ທ້າຍ​ກ່ຽວ​ກັບ​ເລື່ອງ​​ແຕ່ງ​ຕັ້ງ​ທ່ານ Brahimi ຈະ​ໄດ້​ຍົກ​ອອກ​ມາ​ຢູ່​ກອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 16/8 ຈະ​ມາ​ເຖິງ. ປະຈຸ​ບັນ, ສະຫະ​ປະຊາ​ຊາດ ພວມ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ກຳນົດ​ບົດບາດ​ຂອງ​ສະຫະ​ປະຊາ​ຊາດ ຢູ່ ຊີ​ຣີ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ຈະ​ແຈ້ງ, ພິ​ເສດ​ແມ່ນ​ພາລະ​ກຳ​ຂອງ​ຄະນະ​ນັກ​ກວດກາສະຫະ​ປະຊາ​ຊາດ​ຢູ່ ຊີຣີ (ຫຼື UNMIS), ​ແລະ​ເລື່ອງ​ຄວນ​ສືບ​ຕໍ່​ປະຕິບັດ​ແຜນການສັນຕິພາບ 6 ຂໍ້​ຂອງ​ທ່ານ Annan ຫຼື​ບໍ.

 

ຂ່າວ/ບົດ​ອື່ນ