(vovworld)- ລັດຖະບານຫວຽດນາມ ຫາກໍ່ອະນຸມັດສັນຍາຍົກເວັ້ນວີຊາ ໃຫ້ແກ່ຜູ້ທີ່ຖືໜັງສືຜ່ານແດນທາງການທູດ, ໜັງສືຜ່ານແດນທາງລັດຖະການ ລະຫວ່າງ ລັດຖະບານສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ສາທາລະນະລັດ ໄຊປຣັດ ທີ່ໄດ້ລົງນາມຢ່າງເປັນທາງການ ໃນວັນທີ 11/9/2015. ກະຊວງການຕ່າງປະເທດ ສຳເລັດທຸກລະບຽບການຕ່າງປະເທດ ຕາມຂໍ້ກຳນົດ ແລະ ແຈ້ງໃຫ້ບັນດາອົງການທີ່ກ່ຽວຂ້ອງຮັບຊາບ ກ່ຽວກັບວັນເວລາທີ່ສັນຍາມີຜົນບັງຄັບໃຊ້.
ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສາທາລະນະລັດ ໄຊປຣັດ ລະຫວ່າງວັນທີ 11-12/9/2015, ທ່ານ Ioannis Kasoulides ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະ ລັດໄຊປຣັດ ແລະ ທ່ານ ບຸ່ຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຊັນສັນຍາຍົກເວັ້ນວີຊາ ໃຫ້ຜູ້ທີ່ຖືໜັງສືຜ່ານແດນທາງການທູດ ແລະ ໜັງສືຜ່ານແດນທາງລັດຖະການ ລະຫວ່າງ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ສາທາລະນະລັດ ໄຊປຣັດ. ສອງຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ມານະພະຍາຍາມຊຸກຍູ້ນຳເອົາການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໃຫ້ກາຍເປັນຈຸດພົ້ນເດັ່ນ ໃນການພົວພັນສອງຝ່າຍ; ເປັນເອກະພາບຜັນຂະຫຍາຍບາງມາດຕະການ ເພື່ອສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ແກ່ບັນດາວິສາຫະກິດສອງປະເທດແລກປ່ຽນບົດຮຽນ, ເຊື່ອມຕໍ່ຄູ່ຮ່ວມມື.