ອາກ​ເມ​ນີ ແລະ ອາ​ແຊັກ​ໄບ​ຊານ ກ່າວ​ຫາ​ກັນ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ

(VOVWORLD) -ທັງ ອາກເມນີ ແລະ ອາແຊັກໄບຊານ ລ້ວນແຕ່ກ່າວຫາກັນລະເມີດຂໍ້ຕົກລົງພາຍຫຼັງຄຳສັ່ງຢຸດຍິງທີ່ມີຜົນສັກສິດນັບແຕ່ຕອນທ່ຽງໃນວັນດຽວກັນ.
ອາກ​ເມ​ນີ ແລະ ອາ​ແຊັກ​ໄບ​ຊານ ກ່າວ​ຫາ​ກັນ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ - ảnh 1ເຮືອນຫຼັງໜຶ່ງທີ່ຖືກເປເພພາຍຫຼັງການປະທະກັນລະຫວ່າງ ອາກເມນີ ແລະ ອາແຊັກໄບຊານໃນວັນທີ 8 ຕຸລາ (ພາບ: AFP/TTXVN) 

ບັນດາເຫດລະເບີດເກີດຂຶ້ນໃໝ່ຢູ່ໃກ້ເຂດຂັດແຍ້ງກັນ Nagorny-Karabakh ໃນວັນທີ 10 ຕຸລາ, ໂດຍບໍ່ຫົວຊາຕໍ່ເລື່ອງ ອາກເມນີ ແລະ ອາແຊັກໄບຊານ ຫາກໍ່ບັນລຸໄດ້ຂໍ້ຕົກລົງຢຸດຍິງເພື່ອແນໃສ່ຢຸດຕິສະພາບການປະທະກັນລະຫວ່າງສອງປະເທດ. ທັງ ອາກເມນີ ແລະ ອາແຊັກໄບຊານ ລ້ວນແຕ່ກ່າວຫາກັນລະເມີດຂໍ້ຕົກລົງພາຍຫຼັງຄຳສັ່ງຢຸດຍິງທີ່ມີຜົນສັກສິດນັບແຕ່ຕອນທ່ຽງໃນວັນດຽວກັນ.

ກະຊວງປ້ອງກັນປະເທດ ອາກເມນີ ໃຫ້ຮູ້ວ່າບັນດາກຳລັງ ອາແຊັກໄບຊານ ໄດ້ດຳເນີນການບຸກໂຈມຕີພາຍຫຼັງຄຳສັ່ງຢຸດຍິງມີຜົນສັກສິດໄດ້ເວລາພຽງແຕ່ 5 ນາທີ. ໃນຂະນະນັ້ນ, ກະຊວງປ້ອງກັນປະເທດ ອາແຊັກໄບຊານ ກໍ່ກ່າວຫາບັນດາກຳລັງ ອາກເມນີ ໄດ້ລະເມີດຂໍ້ຕົກລົງຢຸດຍິງເມື່ອປະຕິບັດບັນດາການບຸກໂຈມຕີຢູ່ເຂດ Nagorny-Karabakh.

ຕອບກັບ

ຂ່າວ/ບົດ​ອື່ນ