ອາຊຽນກ່າວປະນາມສະພາບການໃຊ້ຄວາມຮຸນແຮງຢູ່ອີຣັກແລະຊີຣີ
ນະຄອນ Homs, ຊີຣີ
(ພາບ: AFP/TTXVN)
(vovworld) - ບັນດາປະເທດສະມາຊິກ ອາຊຽນ ສະແດງຄວາມກິຕົກວັງວົນ ແລະ ກ່າວປະນາມສະພາບໃຊ້ຄວາມຮຸນແຮງເພີ່ມຂຶ້ນ ແລະ ການໂຫດຮ້າຍສາມານຂອງບັນດາອົງການກໍ່ການຮ້າຍ ແລະ ບັນດາກຸ່ມຫົວຮຸນແຮງຢູ່ ອີຣັກ ແລະ ຊີຣີ. ຖະແຫຼງການມໍ່ໆມານີ້ຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ, ໃຫ້ຮູ້ວ່າ: ບັນດາປະເທດ ອາຊຽນ ກ່າວປະນາມທຸກໆການກະທຳມ້າງທຳລາຍ, ຮຸນແຮງ ແລະ ກໍ່ການຮ້າຍພາຍໃຕ້ທຸກໆຮູບແບບ ແລະ ທຸກໆປະກົດການ. ຖະແຫຼງການຢັ້ງຢືນຄືນໃໝ່ວ່າ: ອາຊຽນ ສະໜັບສະໜູນມະຕິຂອງສະພາຄວາມໝັ້ນຄົງ ສປຊ ເລກທີ 2170 (2014) ແລະ 2178 (2014), ໃນນັ້ນຮຽກຮ້ອງປະຊາຄົມໂລກສະກັດກັ້ນບັນດາມືປືນຊາວຕ່າງປະເທດເຂົ້າຮ່ວມກຸ້ມກໍ່ການຮ້າຍ, ພ້ອມທັງໃຫ້ຄຳໝັ້ນສັນຍາປະຕິບັດສົນທິສັນຍາ ອາຊຽນ ກ່ຽວກັບການຕ້ານກໍ່ການຮ້າຍ ແລະ ແຜນການເຄື່ອນໄຫວຮອບດ້ານ ອາຊຽນ ກ່ຽວກັບການຕ້ານກໍ່ການຮ້າຍເພື່ອແນໃສ່ສະກັດກັ້ນ, ແກ້ໄຂບັນດາສາຍເຫດຂອງກໍ່ການຮ້າຍຢ່າງເດັດຂາດ ກໍ່ຄືສະໜອງການເງິນ ແລະ ນຳມາເຊິ່ງສະຖຽນລະພາບ, ສັນຕິພາບ ແລະ ຄວາມສະຫງົບໃນພາກພື້ນ ແລະ ໃນໂລກ.