(vovworld) - ຕອນບ່າຍວັນທີ 12/9, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ພັນຄຳ ວິພາວັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ໄດ້ຈັດຕັ້ງການປະຊຸມຂ່າວກ່ຽວກັບໝາກຜົນຂອງກອງປະຊຸມລັດຖະມົນຕີສຶກສາ ອາຊຽນຄັ້ງທີ 8 ແລະ ບັນດາກອງປະຊຸມກ່ຽວຂ້ອງຄື: ກອງປະຊຸມລັດຖະມົນຕີສຶກສາ ອາຊຽນ + 3 ຄັ້ງທີ 2 (APT EMM 2) ແລະ ກອງປະຊຸມລັດຖະມົນຕີສຶກສາຂັ້ນສູງ ອາຊີ ຕາເວັນອອກ ຄັ້ງທີ 2 (EAS EMM 2). ທ່ານຮອງນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃຫ້ຮູ້ວ່າ: ກອງປະຊຸມໄດ້ຮັບຮູ້ ແລະ ແລກປ່ຽນທັດສະນະ ແລະ ບັນດາເນື້ອໃນຫຼັກແຫຼ່ງ ຂອງວິໄສທັດພື້ນຖານການສຶກສາຫຼັງປີ 2015 ຈະຖືກນຳໃຊ້ເຂົ້າໃນການຄົ້ນຄ້ວາ, ຮັບຮູ້ບັນດາຄວາມມານະພະຍາຍາມຂອງບັນດາເຈົ້າໜ້າທີ່ຂັ້ນສູງການສຶກສາ ອາຊຽນ ໃນການສ້າງກຸ່ມສະເພາະກິດລວມພ້ອມກັບຄະນະເລຂາ ສະພາລັດຖະມົນຕີການສຶກສາ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (SEAMEO) ເພື່ອແນໃສ່ສ້າງແຜນການວຽກງານການສຶກສາ ອາຊຽນ ໄລຍະ 5 ປີ (2016 – 2020)... ໃຫ້ສຳເລດ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການສຶກສາ ອາຊຽນ ຄັ້ງທີ 8 (ASED 8) ລວມມີ 9 ຂໍ້. ປີ 2016, ມາເລເຊຍ ຈະຮັບຖານະເປັນປະທານ ແລະ ຈະເປັນເຈົ້າການຈັດຕັ້ງ ASED 9, APT EMM 3, EAS EMM 3 ແລະ ບັນດາກອງປະຊຸມກ່ຽວຂ້ອງ.