ອາຊຽນ-ຍີ່ປຸ່ນຮຽບຮຽງ ເອກະສານການຮ່ວມມື ເສດຖະກິດຍຸດທະສາດ ໄລຍະ 10 ປີໃກ້ຈະສຳເລັດ
Tong Son ນັກຂ່າວ VOV ປະຈຳຍີ່ປຸ່ນ -  
ການນຳບັນດາປະເທດອາຊຽນ ແລະຍີ່ປຸ່ນ
(ພາບປະກອບ:vov.vn)
( vovworld ) – ບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ໄດ້ເຫັນດີເປັນເອກະສັນນຳກັນວ່າ, ໃນເດືອນ 8 ນີ້, ຈະຮຽບຮຽງເອກະສານກ່ຽວກັບຂັ້ນຕອນການຮ່ວມມືເສດຖະກິດຍຸດທະສາດໄລຍະ 10 ປີສຳເລັດ ເພື່ອຍື່ນສະເໜີຕໍ່ທ່ານລັດຖະມົນຕີເສດຖະກິດອາຊຽນ-ຍີ່ນປຸ່ນ ຮັບຮອງເອົາ. ເອກະສານດັ່ງກ່າວສຸມໃສ່ 4 ຂົງເຂດ: ເພີ່ມທະວີທຶນໝູນວຽນ ແລະ ສິນຄ້າການຄ້າ-ການລົງທຶນລະຫວ່າງອາຊຽນ-ຍີ່ປຸ່ນ; ເພີ່ມທະວີການຮ່ວມມືແລກປ່ຽນສິນຄ້າ, ການບໍລິການ ແລະ ການລົງທຶນເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ. ຄຽງຄູ່ກັນນັ້ນ, ຈະເປີດກ້ວາງການຮ່ວມມືໃນບັນດາຂົງເຂດວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິທະຍາສາດ ແລະ ເຕັກໂນໂລຊີ, ກະສິກຳ, ຄ້ຳປະກັນສະບຽງອາຫານ….ຫລຸດຜ່ອນການຜິດໂຕນການພັດທະນາລະຫວ່າງບັນດາປະເທດສະມາຊິກອາຊຽນ, ປັບປຸງຄຸນນະພາບຊີວິດ ແລະ ການເຕີບໂຕເສດຖະກິດ. ຂັ້ນຕອນການຮ່ວມມືເສດຖະກິດຍຸດທະສາດອາຊຽນ-ຍີ່ປຸ່ນ ໄດ້ແບ່ງເປັນ 2 ໄລຍະຄື: 2012-2016 ແລະ 2017-2020, ນີ້ຈະແມ່ນກົນໄກສຳຄັນ, ສ້າງກຳລັງໜູນຊຸກຍູ້ການພັດທະນາ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງອາຊຽນ-ຍີ່ປຸ່ນ.
Tong Son ນັກຂ່າວ VOV ປະຈຳຍີ່ປຸ່ນ