ຮອງນາຍົກລັດຖະມົນຕີໄທ Chalerm Yubamrung ເປັນປະທານ ກອງປະຊຸມທີ່ຫາກໍດຳເນີນຢູ່ບາງກອກປະເທດໄທ. (ພາບ: AP)
|
Vovworld- ໃນແຈ້ງການໜັງສືສືພິມເມື່ອວັນທີ 4/9 ຂອງຄະນະເລຂາອາຊຽນ ຊຶ່ງໃຫ້ຮູ້ວ່າ : ບັນດາປະເທດໃນກຸ່ມອາຊຽນໄດ້ຢືນຢັນຄືນກ່ຽວກັບຄຳໝັ້ນສັນຍາຂອງຕົນຈະສືບຕໍ່ມຸ່ງໄປສູ່ການສ້າງພາກພື້ນອາຊຽນປອດຢາເສບຕິດ. ທີ່ກອງປະຊຸມທີ່ຫາກໍດຳເນີນຢູ່ບາງກອກປະເທດໄທ ຊຶ່ງມີການເຂົ້າຮ່ວມ ຂອງ ບັນດາ ລັດຖະມົນຕີຮັບຜິດຊອບບັນຫາປາບປາມຢາເສບຕິດ, ຜູ້ນຳອົງການຄວບຄຸມ ຢາເສບຕິດ ແຫ່ງຊາດຂອງບັນດາປະເທດອາຊຽນ, ບັນດາຜູ້ແທນໄດ້ພ້ອມກັນ ແບ່ງປັນບົດຮຽນ, ຂໍ້ມູນຂ່າວສານ ແລະ ບັນດາມາດຕະການເພື່ອແນໃສ່ລົບລ້າງການເຄື່ອນໄຫວຜະລິດ, ຄ້າຂາຍ, ນຳໃຊ້ຢາເສບຕິດຢ່າງຜິດກົດໝາຍ; ພ້ອມກັນນັ້ນກໍຍົກໃຫ້ເຫັນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການປະຕິບັດບັນດາວຽກງານນີ້ ແລະ ທິດທາງການເຄື່ອນໄຫວໃນໄລຍະທີ່ຈະມາເຖິງ.
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ, ໄດ້ເຫັນດີເປັນເອກະສັນຖືວ່າ ດ້ວຍການຊ່ວຍເຫຼືອຈາກປະຊາຄົມ ການເມືອງ - ຄວາມໝັ້ນຄົງອາຊຽນ ແລະ ປະຊາຄົມ ວັດທະນະທຳ-ສັງຄົມອາຊຽນນັ້ນ, ບັນດາອົງການທີ່ກ່ຽວຂ້ອງໃນກຸ່ມຄວນຍູ້ແຮງການເພີ່ມທະວີກຳລັງຄວາມສາມາດ ແລະ ປັບປຸງແຜນການເຄື່ອນໄຫວເພື່ອຮັບປະກັນການສ້າງສຳເລັດຈຸດໝາຍສ້າງອາຊຽນປອດຢາເສບຕິດໃນປີ 2015 .