ພາບປະກອບ
|
(vovworld) – ຕາມບົດລາຍງານເມື່ອວັນທີ 13/3, ຂອງຄະນະປະຕິບັດງານ ຫວຽດນາມ ປະຈຳ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລ້ວ, ຄະນະກຳມະການຮ່ວມມືຮ່ວມ ອາຊຽນ - ສ. ເກົາຫຼີ (AKJCC) ໄດ້ດຳເນີນວາລະປະຊຸມປະຈຳໄລຍະຄັ້ງທີ 3 ທີ່ສຳນັກງານຄະນະເລຂາ ອາຊຽນ ຢູ່ ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ. ວາລະປະຊຸມຄັ້ງນີ້ເພື່ອແນໃສ່ຕີລາຄາສະພາບການຮ່ວມມືໃນໄລຍະຜ່ານມາ ແລະ ພິຈາລະນາທິດທາງຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງກ່ວາອີກ. ເຂົ້າຮ່ວມກອງປະຊຸມມີຄະນະກຳມະການຂອງບັນດາອົງການຕາງໜ້າປະຈຳ ອາຊຽນ (CPR), ທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ອາຊຽນ ແລະ ການນຳຄະນະເລຂາ ອາຊຽນ. ທ່ານ ເອກອັກຄະລັດຖະທູດ ຫງວຽນແຮ່ວງນຳ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ, ເຂົ້າຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ບັນດາຜູ້ແທນມີຄວາມເພິ່ງພໍໃຈ ແລະ ຮັບຮູ້ວ່າການພົວພັນລະຫວ່າງ 2 ຝ່າຍໃນປີຜ່ານມາມີຄວາມຄືບໜ້າຕັ້ງໜ້າຫຼາຍຢ່າງ. ໃນຂົງເຂດເສດຖະກິດ - ການຄ້າ, ສ. ເກົາຫຼີ ສືບຕໍ່ຮັກສາທີ່ຕັ້ງແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 5 ຂອງ ອາຊຽນ (ວົງເງິນການຄ້າ 2 ສົ້ນປີ 2014 ກວມ 5,2% ຍອດວົງເງິນການຄ້າຂອງທັງ ອາຊຽນ) ແລະ ແມ່ນນັກລົງທຶນໂດຍກົງໃຫຍ່ທີ 6 ຢູ່ ອາຊຽນ (ກວມ 3,3% ຍອດທຶນ FDI ເຂົ້າ ອາຊຽນ ໃນປີ 2014). 2 ຝ່າຍກໍ່ຮັບຮອງເອົາຫຼາຍໂຄງການ, ຂໍ້ລິເລີ່ມ ແລະ ໂຄງການລະອຽດ, ໃນນັ້ນພົ້ນເດັ່ນແມ່ນ ສັນຍາຮ່ວມມືດ້ານປ່າໄມ້ ອາຊຽນ - ສ. ເກົາຫຼີ (AfoCo), ແຜນການສ້າງຕັ້ງຫໍວັດທະນະທຳ ອາຊຽນ ຢູ່ Busan ໃນປີ 2017. ແລກປ່ຽນກ່ຽວກັບທິດທາງໃນອະນາຄົດ, 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ຕິດຕາມບັນດາທິດທາງຍຸດທະສາດໃຫຍ່ທີ່ໄດ້ລະບຸໄວ້ໃນຖະແຫຼງການຮ່ວມກ່ຽວກັບວິໄສທັດລວມ ອາຊຽນ - ສ. ເກົາຫຼີ “ສ້າງຄວາມໄວ້ເນື້ອເຊື່ອໃຈ, ນຳມາເຊິ່ງຄວາມຜາສຸກ” ປີ 2014, ພ້ອມທັງຕິດພັນຢ່າງແໜ້ນແຟ້ນກັບວິໄສທັດປະຊາຄົມ ອາຊຽນ 2025. ໃນນັ້ນ, 2 ຝ່າຍສູ້ຊົນຍົກວົງເງິນ 2 ສົ້ນໃຫ້ບັນລຸລະດັບ 200 ຕື້ USD ໃນປີ 2020. 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ບຸລິມະສິດຍູ້ແຮງການຮ່ວມມືຮັບມືກັບບັນດາບັນຫາບໍ່ມີເຄີຍມາກ່ອນ, ເຊື່ອມຕໍ່, ຮັດແຄບຊ່ອງຫວ່າງການພັດທະນາ, ການປ່ຽນແປງຂອງດິນຟ້າອາກາດ, ການສຶກສາບຳລຸງສ້າງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນແຮ່ວງນຳ ສະເໜີວ່າ: ອາຊຽນ - ສ. ເກົາຫຼີ, ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການສ້າງຕັ້ງແລ້ວ, ເພີ່ມທະວີການຮ່ວມມືໃນບັນດາບັນຫາ, ເນື້ອໃນທີ່ມີລັກສະນະຍຸດທະສາດ, ໃນນັ້ນມີການຮັກສາສັນຕິພາບ, ຄວາມສະຫງົບ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານເອກອັກຄະລັດຖະທູດ ຫງວຽນແຮ່ວງນຳ ສະເໜີໃຫ້ ສ. ເກົາຫຼີ ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ.