ບັນດາຜູ້ແແທນເຂົ້າຮ່ວມກອງປະຊຸມ
(ພາບ: giaothongvantai.com.vn)
(vovworld)- ວັນທີ 19/12, ຢູ່ປາກເຊ-ແຂວງຈຳປາສັກ-ທາງພາກໃຕ້ລາວ ໄດ້ຈັດກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງບັນດາປະເທດອາຊຽນ (ATM) ຄັ້ງທີ 19. ຄະນະຜູ້ແທນກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ໂດຍທ່ານລັດຖະມົນຕີ ດິງລາທັງ ນຳໜ້າເຂົ້າຮ່ວມກອງປະຊຸມ.
ກອງປະຊຸມໄດ້ໃຫ້ຄຳໝັ້ນສັນຍາສ້າງລະບົບຄົມມະນາຄົມທີ່ມີປະສິດທິຜົນ, ປອດໄພ ແລະ ເຊື່ອມຕໍ່ເພື່ອແນໃສ່ຍູ້ແຮງລັກສະນະແກ່ງແຍ້ງຂອງອາຊຽນ ດ້ວຍຈຸດປະສົງເຊື່ອມຕໍ່ເສດຖະກິດໃນພາກພື້ນ, ມຸ້ງໄປເຖິງວິໄສທັດຫຼັງປີ 2015 ແລະ ການຮ່ວມມືເຊື່ອມຕໍ່ອາຊຽນ ໃນອະນາຄົດ. ບັນດາທ່ານລັດຖະມົນຕີໄດ້ຮັບຮອງເອົາແຜນການຮ່ວມມືເສດຖະກິດຄົມມະນາຄົມທາງອາກາດປີ 2014-2015 ແລະ ແຜນການຮ່ວມມືເຕັກນິກ ຄົມມະນາຄົມທາງອາກາດປີ 2014-2015; ເຫັນດີເປັນເອກະສັນຍູ້ແຮງກ່ວາອີກ ເລື່ອງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານເຂດຊາຍແດນ./.