ອາຊຽນເພິງພໍໃຈຕໍ່ບັນດາຜົນງານສຳຄັນດ້ານວັດທະນະທຳ,ສັງຄົມ

ອາຊຽນເພິງພໍໃຈຕໍ່ບັນດາຜົນງານສຳຄັນດ້ານວັດທະນະທຳ,ສັງຄົມ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ SOC - COM ຄັ້ງ​ທີ 11
(ພາບ: nhandan)


(vovworld) - ​ກອງ​ປະ​ຊຸມ​ປະ​ສານ​ງານ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ, ສັງ​ຄົມ​ອາ​ຊຽນ (SOC - COM) ຄັ້ງ​ທີ 11 ດຳ​ເນີນ​ ຫວ່າງແລ້ວນີ້, ຢູ່​ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ດ​້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ​້າ​ 48 ​ອົງ​ການ​​ສະ​ເພາະ​ຂະ​ແໜງ ແລະ ອົງ​ການ​ຈ​ັດ​ຕັ້ງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແຮ​່ວງ​ນຳ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ​ຢູ່​ອາ​ຊຽນ ໄດ້​ເຂົ້​າ​ຮ່ວມ​ກອງ​ປະ​ຊຸມ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ເລ​ເລືອງມ​ິງ ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ​ອາ​ຊຽນ ກໍ່​ຄື​ບັນ​ດາບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່​ຽວ​ຂ້ອງ ​ຄວນ​ຕັ້ງ​ໜ້າ​ສົມ​ທົບ​ກັນ​ເພື່ອ​ຮັບ​ປະ​ກັນ​ຜັນ​ຂະ​ຫຍາຍບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ແຜນ​ສັງ​ລ​ວມກໍ່​ສ້າງ​ປະ​ຊາ​ຄົມວັດ​ທະ​ນະ​ທຳ, ສັງ​ຄົມ​ອາ​ຊຽນ (ASCC) ​ຢ່າງ​ຄົບ​ຖ້ວ​ນ, ຄົບ​ຊຸດ ແລະ ມີ​ປະ​ສິດ​ທິ​ຜົນ. ພິ​ເສດແມ່ນ​ຍົກ​ສູງຂົງ​ເຂດ​ສີ​ສັນ​ລວມ ແລະ ​ສະ​ຕິ​ປະ​ຊາ​ຄົມ, ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ເພື່ອ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ.

        ກ່ຽວ​ກັບ​ທິດ​ທາງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກອງ​ປະ​ຊຸມ​ໄດ້​ແລກ​ປ່ຽນ​ບັນ​ດາ​ຂໍ້​ສ​ະ​ເໜີ ແລະ ມາດ​ຕະ​ການ​ປັບ​ປຸງວຽກ​ງານ​ຈ​ັດ​ຕັ້ງ​ການ​ຜັນ​ຂະ​ຫຍາຍ​ແຜນ​ສັງ​ລວມ ASCC 2025, ໃນ​ນັ້ນ​ໃຫ​້​ບຸ​ລິ​ມະ​ສິດ​​ບັນ​ດາ​ຂົງ​ເຂດ ແລະ ການ​ເຄື່ອນ​ໄຫວ​ທີ່​ມີ​​ຜົນກະ​ທົບ​ຢ່າງກວ້າງ​ຂວາງ…

ຂ່າວ/ບົດ​ອື່ນ