(vovworld) - ຕອນບ່າຍວັນທີ 27/02, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳອີຕາລີ, ຄະນະກຳມະການອາຊຽນ ຢູ່ ໂຣມ (ACR) ໄດ້ຈັດກອງປະຊຸມປະຈຳປີ ດ້ວຍເນື້ອໃນ “ເພີ່ມທະວີການຮ່ວມສຳພັນພາຍໃນກຸ່ມ, ຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື”. ທ່ານປະທານ ACR - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳອີຕາລີ ກາວຈິ໋ງທ້ຽນ ໄດ້ເປັນປະທານກອງປະຊຸມ. ກອງປະຊຸມໄດ້ຮັບຮອງເອົາບັນດາໂຄງການ, ແຜນການເຄື່ອນໄຫວຈຸດສຸມໃນໄລຍະທີ່ຫວຽດນາມ ເປັນປະທານ ACR, ກໍຄືບັນດາການເຄື່ອນໄຫວອື່ນໆ ເພື່ອແນໃສ່ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ ບັນດາການເຄື່ອນໄຫວແຂ່ງຂັນກິລາ, ແລກປ່ຽນວັດທະນະທຳລະຫວ່າງບັນດາສະຖານທູດອາຊຽນ ປະຈຳອີຕາລີ ກັບບັນດາຄູ່ຮ່ວມມືຂອງອີຕາລີ…
ເຂົ້າຮ່ວມກອງປະຊຸມນີ້, ທ່ານ Pier Ferdinando Casini, ປະທານກຳມາທິການການຕ່າງປະເທດສະພາສູງອີຕາລີ ຢືນຢັນວ່າ, ອີຕາລີ ປາດຖະໜາຢາກພັດທະນາການພົວພັນກັບອາຊຽນ ກວ່າອີກ, ສະໜັບສະໜູນອາຊຽນ ສ້າງປະຊາຄົມອາຊຽນສຳເລັດຜົນ, ກໍຄືບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ.