(VOVWORLD) -ສອງຝ່າຍໄດ້ຢືນຢັນຄືນຄຳໝັ້ນສັນຍາເພິ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໂດຍຜ່ານການຜັນຂະຫຍາຍແຜນການດຳເນີນງານອາຊຽນ - ນິວຊີແລນໄລຍະ 2021 – 2025.
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ XI ຄະນະກຳມະການຮ່ວມມືຮ່ວມອາຊຽນ - ນິວຊີແລນ |
ທີ່ກອງປະຊຸມຄັ້ງທີ XI ຄະນະກຳມະການຮ່ວມມືຮ່ວມອາຊຽນ - ນິວຊີແລນທີ່ຈັດຂຶ້ນໃນວັນທີ 25 ມີນາຢູ່ ຈາກາຕາ ປະເທດອິນໂດເນເຊຍ, ສອງຝ່າຍໄດ້ຢືນຢັນຄືນຄຳໝັ້ນສັນຍາເພິ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໂດຍຜ່ານການຜັນຂະຫຍາຍແຜນການດຳເນີນງານອາຊຽນ - ນິວຊີແລນໄລຍະ 2021 – 2025.
ສອງຝ່າຍຫວັງວ່າຈະສຳເລັດການເຈລະຈາຍົກລະດັບສັນຍາຍົກລະດັບສັນຍາສ້າງຕັ້ງເຂດການຄ້າເສລີອາຊຽນ - ອົດສະຕາລີ - ນິວຊີແລນໂດຍໄວແລະຮຽກຮ້ອງໃຫ້ຜັນຂະຫຍາຍສັນຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນຢ່າງມີປະສິດທິຜົນ.
ກອງປະຊຸມຍັງເນັ້ນໜັກເຖິງຄວາມຈຳເປັນເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານທົດແທນ, ກະສິກຳອັດສະລິຍະ ແທດເໝາະກັບການປ່ຽນແປງດິນຟ້າອາກາດ, ພັດທະນແບບຍືນຍົງ, ຄົມມະນາຄົມ, ພື້ນຖານໂຄງລ່າງ... ສອງຝ່າຍຍັງສະແດງຄວາມຫວັງສືບຕໍ່ປຶກສາຫາລືບັນດາຂໍ້ລິເລີ່ມ ແລະ ການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ - ນິວຊີແລນໃນປີ 2025.