ອາຊຽນແລະສະຫະປະຊາຊາດກວດກາຄືນການຮ່ວມມືຮອດປີ 2020

(VOVWORLD) -ຕາມຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ແລ້ວ, ວັນທີ 06 ພຶດສະພາ, ທີ່ສຳນັກງານຄະນະເລຂາອາຊຽນ ຢູ່ຈາກາຕາ, ປະເທດອິນໂດເນເຊຍ ໄດ້ດຳເນີນກອງປະຊຸມລະຫວ່າງຄະນະຜູ້ຕາງໜ້າປະຈຳອາຊຽນ ກັບບັນດາຄະນະກຳມະການຮ່ວມມືຂອງສະຫະປະຊາຊາດ.

ນີ້ແມ່ນກອງປະຊຸມປະຈຳປີຂັ້ນເອກອັກຄະລັດຖະທູດຢູ່ຈາກາຕາ ລະຫວ່າງອາຊຽນ ແລະ ສະຫະປະຊາຊາດ ເພື່ອແນໃສ່ສຳຫຼວດກວດຄືນຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືໂດຍນອນໃນຂອບເຂດແຜນການກະທຳອາຊຽນ - ສະຫະປະຊາຊາດ ໄລຍະ 2016 – 2020. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ໄດ້ເຂົ້າຮ່ວມກອງປະຊຸມ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ຕັ້ງໜ້າຕີລາຄາກ່ຽວກັບບັນດາບາດກ້າວພັດທະນາສຳຄັນຂອງການພົວພັນພິເສດລະຫວ່າງອາຊຽນ ແລະ ສະຫະປະຊາຊາດ, ໃນນັ້ນມີການຮັກສາການພົບປະຂັ້ນສູງຢູ່ບັນດາກອງປະຊຸມສຸດຍອດຂອງອາຊຽນ ກັບບັນດາຄູ່ຮ່ວມມື ແລະ ຂັ້ນລັດຖະມົນຕີ ເນື່ອງໃນໂອກາດບັນດາກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ.

        ໃນໄລຍະຈະມາເຖິງ, ອາຊຽນ ແລະ ສະຫະປະຊາຊາດ ໄດ້ເຫັນດີສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານອາຊຽນ - ສະຫະປະຊາຊາດ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ສ້າງແຜນການດຳເນີນງານອາຊຽນ - ສະຫະປະຊາຊາດ ໄລຍະ 2016 – 2020 ໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ