ອາຊຽນແລະອີຢູຮ່ວມມືຍົກສູງຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລຢູ່ພາກພື້ນ
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 24 – 25/08, ຄະນະເລຂາອາຊຽນ ໄດ້ຈັດການເຈລະຈານະໂຍບາຍອາຊຽນ - ສະຫະພາບເອີລົບ (ອີຢູ) ກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລໃນພາກພື້ນອາຊຽນ. ລາຍການນີ້ແມ່ນຂຶ້ນກັບໂຄງການທົດລອງຂອງອີຢູ ເພື່ອມຸ່ງໄປເຖິງພື້ນຖານການສຶກສາຂັ້ນມະຫາວິທະຍາໄລໃນພາກພື້ນອາຊຽນ (SHARE). ທ່ານຮອງເລຂາທີການໃຫຍ່ອາຊຽນ Alicia Dela Rosa ໃຫ້ຮູ້ວ່າ, ຜ່ານເວທີປາໄສຄັ້ງນີ້, ອາຊຽນ ແລະ ອີຢູ ມຸ່ງໄປເຖິງເລື່ອງຊຸກຍູ້ການຮ່ວມມືດ້ານສຶກສາຂັ້ນມະຫາວິທະຍາໄລໃນພາກພື້ນ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ນັກສຶກສາ, ບັນດາອົງການສຶກສາຂັ້ນມະຫາວິທະຍາໄລ ກໍຄືນັກຊ່ຽວຊານໃນພາກພື້ນອາຊຽນ. ຈຸດສຸມຂອງການເຈລະຈານະໂຍບາຍແມ່ນເພື່ອມຸ່ງໄປເຖິງການຮັບຮູ້ສະນີຍະບັດຂັ້ນມະຫາວິທະຍາໄລຢູ່ທຸກໆປະເທດອາຊຽນ ແລະ ເພີ່ມທະວີກຳລັງຄວາມສາມາດຂອງບັນດາມະຫາວິທະຍາໄລຢູ່ບັນດາປະເທດຄື: ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV). ນອກຈາກນັ້ນ, ອາຊຽນ ແລະ ອີຢູ ກໍປາດຖະໜາຢາກເພີ່ມທະວີການຮ່ວມມືໃນອະນາຄົດ ເພື່ອແນໃສ່ໜູນຊ່ວຍການພັດທະນາແຫຼ່ງຊັບພະຍາກອນມະນຸດ, ພິເສດໃນການສຶກສາຂັ້ນມະຫາວິທະຍາໄລລະຫວ່າງບັນດາປະເທດສະມາຊິກອາຊຽນ ກໍຄືລະຫວ່າງອາຊຽນ ແລະ ອີຢູ.