ອາຊຽນໝັ້ນໝາຍ ຍູ້ແຮງບົດບາດ ໃຈກາງໃນການຮັບ ປະກັນສັນຕິພາບ

ອາຊຽນໝັ້ນໝາຍ ຍູ້ແຮງບົດບາດ ໃຈກາງໃນການຮັບ ປະກັນສັນຕິພາບ - ảnh 1
ທ່ານ​ຮອງ​ລັດຖະມົນຕີການຕ່າງປະ​ເທດ​ຫວຽດນາມ Pham Quang Vinh ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສ.ປ.ຊ ຄັ້ງ​ທີ່ 67   (ພາບ: internet)


Vovworld- ບັນດາ​ປະ​ເທດ​ອາ​ຊຽນຢືນຢັນ​ວ່າ​ຈະ​ເພີ່ມ​ທະວີ​ປະຊາ​ຄົມ ​ແລະ ​ເຊື່ອມ​ຕໍ່​ພາຍ​ໃນ​ກຸ່ມ​ເພື່ອ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ໃນພາກ​ພື້ນ, ​ໃນ​ນັ້ນ​ມີ​ຂົງເຂດປ້ອງກັນຄວາມສະຫງົບ ແລະ ຮັບປະກັນຄວາມ ປອດໄພ​ໃນ​ການ​ເດີນ​ທະ​ເລ. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ VOV ປະຈຳ​ອາ​ເມ​ລິ​ກາ, ທ່ານ​ຮອງ​ລັດຖະມົນຕີການຕ່າງປະ​ເທດ​ຫວຽດນາມ Pham Quang Vinh ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສ.ປ.ຊ ຄັ້ງ​ທີ່ 67 , ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ຫາ​ກໍ​ບັນລຸ​ໄດ້​ລະຫວ່າງ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນທີ່​ວາລະ​ປຶກສາ​ຫາລື​ລວມຂອງ ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສ.ປ.ຊ ຄັ້ງ​ທີ່ 67 ທີ່ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ. ຕາມ​ທ່ານ​ແລ້ວ, ທີ່​ກອງ​ປະຊຸມ​ຢ່າງ​ບໍ່​ເປັນ​ທາງ​ການ​ຂອງບັນດາ ລັດຖະມົນຕີການຕ່າງປະ​ເທດ​ອາ​ຊຽນຢູ່​ນອກ​ ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສ.ປ.ຊ , ບັນດາລັດຖະມົນຕີ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສົມທົບ​ກັນ​ຂອງ​ອາ​ຊຽນ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ຂອງ​ ສ.ປ.ຊ ​ແລະ ​ເພີ່​ມທະວີ​ການ​ຮ່ວມ​ມື ອາຊຽນ - ສ.ປ.ຊ. ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊຽນທີ່​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ​ໃນ​ເດືອນ​ທັນວາ​ທີ່​ຈະ​ມາ​ເຖິງ​ນີ້, ບັນດາ ລັດຖະມົນຕີ ການຕ່າງປະ​ເທດ​ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະວີປະຊາ​ຄົມອາ​ຊຽນ ​ແລະ ​ເຊື່ອມ​ຕໍ່​ພາຍ​ໃນ​ກຸ່ມ, ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ຂອງ​ອາຊຽນກັບ​ບັນດາ​ຄູ່​ຮ່ວມ​ມື, ​ໃນ​ນັ້ນ ພິ​ເສດ​​ແມ່ນ​ຊຸກຍູ້​ການ​ຮ່ວມມື​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ກໍ​ຄື​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ຕ່າງໆ. ທ່ານ​ຮອງ​ລັດຖະມົນຕີການຕ່າງປະ​ເທດ​ຫວຽດນາມ Pham Quang Vinh ​ໃຫ້​ຮູ້​ວ່າ :

   “ ບັນດາ​ປະ​ເທດ​ອາ​ຊຽນ​ເນັ້ນ​ໜັກ​ເຖິງ​ເລື່ອງ​ອາ​ຊຽນຄວນ​ເສີມ​ຂະຫຍາຍ​ບົດບາດ​ເປັນ​​ໃຈ​ກາງ ​ແລະ ນຳ​ໜ້າ​ຂອງ​ຕົນ​ໃນ​ການ​ຮັບປະກັນ ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ ​ແລະ ການ​ຮ່ວມ​ມືໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີການຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ ປອດໄພ​ໃນ​ການ​ເດີນ​ທະ​ເລ. ບັນດາ​ປະ​ເທດ​ອາ​ຊຽນລ້ວນ​ແຕ່​ເນັ້ນ​ໜັກ​ວ່າ ຕ້ອງ​ເພີ່ມ​ທະວີ​ການ​ເຄົາລົບ​ບັນດາ​ຫຼັກການຂອງ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ, ​ແກ້​ໄຂ​ການ​ພິພາດ​ກັນ​ໂດຍ​ສັນຕິ​ວິທີ. ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ປະ​ເທດ​ຍັງ​ເນັ້ນ​ໜັກ​ເຖິງ​ຫຼັກການ​ຕ້ອງ​ປະ​ຕິ​ບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ຂໍ້​ກຳນົດການ​ປະພຶດ​​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC), ແກ້​ໄຂ​ການ​ພິພາດ​ກັນ​ໂດຍ​ສັນຕິ​ວິທີ ​ແລະ ເຄົາລົບ​ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ ​ແລະ ພິ​ເສດ​ແມ່ນ​ສະໜັບສະໜູນ​ຖະ​ແຫຼ​ງການ​ 6 ຂໍ້​ຂອງ​ອາ​ຊຽນກ່ຽວ​ກັບ​ບັນຫາ ທະ​ເລ​ຕາ​ເວັນ​ອອກ; ກ້າວ​ເຂົ້າ​ສູ່​ການ​ເຈລະຈາ​ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ວິທີ​ການ​ປະພຶດ( COC) ຢູ່ ທະ​ເລ​ຕາ​ເວັນ​ອອກ ”

   ຫົວ​ເລື່ອງທີ່​ວາງ​ອອກ​ຂອງກອງ​ປະຊຸມ​ສະມັດຊາ​ໃຫຍ່ ສ.ປ.ຊ ຄັ້ງ​ນີ້ ກໍ​ແມ່ນ​ສວ່ນໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ຫວັງ​ສ້າງສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ​ເພື່ອສຸມ​ໃສ່ການ​ພັດທະນາ​ໃນ​ສະພາບ​ການ​ທີ່​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງຄວາມ​ຮ່ັງມີ ​ແລະ ທຸກ​ຍາກ​ຍັງ​ຫຼາຍ​ຢູ່​. ທ່ານ​ຮອງ​ລັດຖະມົນຕີການຕ່າງປະ​ເທດ​ຫວຽດນາມ Pham Quang Vinh ຊີ້​ແຈງ​ວ່າ :

    “ ຕາມທັດສະນະ​ຂອງ​ຫວຽດນາມ​ແລ້ວ, ທີ່ 1 ​ແມ່ນພື້ນຖານ​ສັນຕິພາບ​ແບບ​ຍືນ​ຍົງ​ຄວນ​ອີງ​​ໃສ່​ກົດໝາຍ​ສາກົນ. ທີ່ 2 , ບັນດາປະ​ເທດ​ຄວນ​ສ້າງ​ພື້ນຖານ​ວັດທະ ນະທຳສັນຕິພາບ. ທີ່ 3 ​ແມ່ນ​ບັນດາ​ປະ​ເທດຕ້ອງ​ແກ້​ໄຂ​ການ​ພິພາດ​ກັນ​ໂດຍ​ສັນຕິ​ວິທີຊຶ່ງ​ໄດ້​ລະບຸ​ໃນ​ກົດໝາຍ​ສາກົນ ​ແລະ ບັນດາ​ສັນຍາ​ສາກົນ ” .
ຂ່າວ/ບົດ​ອື່ນ